Description

ໃນຄໍ່າຄືນຂອງວັນທີ 18 ເມສາ 2019 ໄດ້ເກີດອັກຄີໄພດ້ວຍສາເຫດໄຟຟ້າລັດວົງຈອນ, ໄຟໄດ້ໄໝ້ກຸຕິໄມ້ຂອງວັດເສຍຫາຍໝົດ ເຊິ່ງລວມມີພະສົງໄດ້ອາໃສມາໄດ້ຫຼາຍສິບປີຜ່ານມາ, ພາຍຫຼັງເຫດການໄຟໃໝ້ດັ່ງກ່າວສາມະເນນຈຳນວນຫຼາຍໄດ້ໄປອາໃສຕາມ ອາຄານທີ່ໃກ້ຄຽງຕ່າງໆເປັນການຊົ່ວຄາວ ແລະ ດຳລົງຊີວິດດ້ວຍຄວາມຫຍຸ້ງຍາກຈິ່ງມີຄວາມຈຳເປັນຢາກສ້ອມແປງອາຄານເບື້ອງ ຕົ້ນລາຍລະອຽດມີດັ່ງລຸ່ມນີ້:

1.    ປຸກສ້າງທີ່ພັກອາໃສໃຫ້ພະສົງ,ສາມະເນເປັນການຊົ່ວຄາວ

2.    ແລ່ນສາຍໄຟຟ້າຄືນໃໝ່ໝົດ ລວມທັງໝໍ້ນັບໄຟພ້ອມທັງອຸປະກອນຮັກສາຄວາມປອດໄພ

3.    ຊື້ເຄື່ອງອຸປະກອນຮັບໃຊ້ພາຍໃນກຸຕິເຊັ່ນ: ພັດລົມ, ໝໍ້ຕົ້ມນໍ້າ, ຕຽງ, ຕູ້, ເຄື່ອງນຸ່ງຮົ່ມທີ່ຈຳເປັນ ແລະ ເຄື່ອງຮັບໃຊ້ອື່ນຯ ຂອງພະສົງ

     ໄລຍະເວລາກໍານົດເວລາເປີດ ແລະ ປິດໂຄງການ: 22/04/2019 - 22/07/2019.ໄລຍະເວລາ 3 ເດືອນ

-        ເປົ້າໝາຍຍອດຈຳນວນເງິນບໍລິຈາກທັງໝົດ: ບໍມີກຳນົດ

-        ບັນຊີຮອງຮັບເງິນບໍລິຈາກ 092120000143191001 ອອກຊື່ : ພະອາຈານມະຫາພູສະຫວັນ

Expenses

ພາຍຫຼັງທີ່ໄດ້ຮັບບໍລິຈາກ ທາງ ທຄຕລ ຈະເປັນຕົວແທນຕາງໜ້າເພື່ອມອບເງິນຈຳນວນດັ່ງກ່າວຄືນໃຫ້ເຈົ້າຂອງໂຄງການເພື່ອນຳໄປສ້ອມແປງອາຄານດັ່ງກ່າວ