ໃນຄໍ່າຄືນຂອງວັນທີ 18 ເມສາ 2019 ໄດ້ເກີດອັກຄີໄພດ້ວຍສາເຫດໄຟຟ້າລັດວົງຈອນ, ໄຟໄດ້ໄໝ້ກຸຕິໄມ້ຂອງວັດເສຍຫາຍໝົດ ເຊິ່ງລວມມີພະສົງໄດ້ອາໃສມາໄດ້ຫຼາຍສິບປີຜ່ານມາ, ພາຍຫຼັງເຫດການໄຟໃໝ້ດັ່ງກ່າວສາມະເນນຈຳນວນຫຼາຍໄດ້ໄປອາໃສຕາມ ອາຄານທີ່ໃກ້ຄຽງຕ່າງໆເປັນການຊົ່ວຄາວ ແລະ ດຳລົງຊີວິດດ້ວຍຄວາມຫຍຸ້ງຍາກຈິ່ງມີຄວາມຈຳເປັນຢາກສ້ອມແປງອາຄານເບື້ອງ ຕົ້ນລາຍລະອຽດມີດັ່ງລຸ່ມນີ້:
1. ປຸກສ້າງທີ່ພັກອາໃສໃຫ້ພະສົງ,ສາມະເນເປັນການຊົ່ວຄາວ
2. ແລ່ນສາຍໄຟຟ້າຄືນໃໝ່ໝົດ ລວມທັງໝໍ້ນັບໄຟພ້ອມທັງອຸປະກອນຮັກສາຄວາມປອດໄພ
3. ຊື້ເຄື່ອງອຸປະກອນຮັບໃຊ້ພາຍໃນກຸຕິເຊັ່ນ: ພັດລົມ, ໝໍ້ຕົ້ມນໍ້າ, ຕຽງ, ຕູ້, ເຄື່ອງນຸ່ງຮົ່ມທີ່ຈຳເປັນ ແລະ ເຄື່ອງຮັບໃຊ້ອື່ນຯ ຂອງພະສົງ
ໄລຍະເວລາກໍານົດເວລາເປີດ ແລະ ປິດໂຄງການ: 22/04/2019 - 22/07/2019.ໄລຍະເວລາ 3 ເດືອນ
- ເປົ້າໝາຍຍອດຈຳນວນເງິນບໍລິຈາກທັງໝົດ: ບໍມີກຳນົດ
- ບັນຊີຮອງຮັບເງິນບໍລິຈາກ 092120000143191001 ອອກຊື່ : ພະອາຈານມະຫາພູສະຫວັນ
ພາຍຫຼັງທີ່ໄດ້ຮັບບໍລິຈາກ ທາງ ທຄຕລ ຈະເປັນຕົວແທນຕາງໜ້າເພື່ອມອບເງິນຈຳນວນດັ່ງກ່າວຄືນໃຫ້ເຈົ້າຂອງໂຄງການເພື່ອນຳໄປສ້ອມແປງອາຄານດັ່ງກ່າວ