Description

ເປັນໂຄງການລະດົມທຶນນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຄັ້ງວັນທີ 14/ມິຖຸນາ/2021 ຢູ່ເມືອງໄຊຍະບູລີ. ເປັນຕົ້ນແມ່ນລະດົມທຶນຈາກນັກທຸລະກິດ, ພະນັກງານ, ທະຫານ, ຕໍ່າຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ເພື່ອເປັນທຶນເຂົ້າໃນການຊ່ວຍເຫຼືອບັນເທົາທຸກໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ຈຳນວນເງິນເປົ້າໝາຍຂອງໂຄງການ: 1.000.000.000 ກີບ. (ໜຶ່ງຕື້ກີບ)

ໄລຍະເວລາຂອງໂຄງການ: ຮອດວັນທີ 31 ກໍລະກົດ 2021.

ເລກບັນຊີໂຄງການ:120110000604953001, ອອກຊື່: DEPARTMENT OF LABOR AMD SOCAIL WELFAR (SCI)

ເຈົ້າຂອງໂຄງການ: ຄະນະກຳມະການປ້ອງກັນໄພພິບັດຂັ້ນແຂວງໄຊຍະບູລີ

ທີ່ຕັ້ງຂອງໂຄງການ: ບ້ານສີເມືອງ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ.

ຜູ້ປະສານງານ:ທ່ານ ນາງ ອຳມາໄລ ອູ່ທອງຄຳ, ເບີໂທ: 020 22248646, ເບີແຟັກ 074 211085.

Expenses

ຈຸດປະສົງໃນການນໍາໃຊ້ທຶນ: ເພື່ອໄປຊ່ວຍເຫຼືອບັນເທົາທຸກໃຫ້ກັບຄອບຄົວທີ່ຖືກຜົນກະທົບ ມີຈຳນວນ 56 ບ້ານ, ມີ 4.560 ຄອບຄົວ. ທີ່ມີຄວາມຈຳເປັນຈະຕ້ອງໄດ້ໃຊ້ຈ່າຍຊ່ວຍແບ່ງເບົາເຊັ່ນ: ສ້ອມແປງເຮືອນທີ່ຢູ່ອາໄສ ຈຳນວນເງິນ 300.000.000 ກີບ, ຊື້ເຄື່ອງນຸ່ງຫົ່ມ, ເຂົ້າສານ, ນໍ້າດື່ມຈຳນວນເງິນ 500.000.000 ກີບ, ຊື້ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ຈຳນວນເງິນ 200.000.000 ກີບ.