Description

1. ເຫດການເກີດຂື້ນໃນຄັ້ງວັນທີ 02/06/2019, ຢູ່ ບ້ານ ນາກາງ, ເມືອງ ໃຫມ່, ແຂວງ ຜົ້ງສາລີ ຄອບຄົວຂອງ ທ້າວ ທອງສະຫວັນ ໄຊຍະວົງ ແລະ ນາງ ຕອງແກ້ວ ໄຊຍະສິດ ເຊີງເປັນພະນັກງານຫ້ອງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເມືອງໃຫມ່, ແຂວງ ຜົ້ງສາລີ , ພົນລະເມືອງຂື້ນກັບ ບ້ານ ຫ້ວຍຈິກ, ເມືອງ ໃຫມ່, ແຂວງ ຜົ້ງສາລີ, ມີລູກນຳກັນທັງໝົດ 3 ຄົນ ຄື: ທ້າວ ຈຸນນີ ເປັນລູກຊາຍກົກ ອາຍຸ 8 ປີ ເປັນຄົນພິການມາແຕ່ກໍາເນີດ, ທ້າວ ທະວິໂຊກ ແລະ ທ້າວ ທະວິໄຊ ເປັນລູກຊາຍຝາແຝດ ອາຍຸ 5 ປີ. ມາຮອດວັນທີ 02/06/2019 ເຫດການທີບໍ່ຄາດຄິດໄດ້ເກີດຂື້ນຈາກໄພພິບັດທາງທຳມະຊາດດິນເຈື່ອນເຮືອນລຸໃນເວລາປະມານ 3 ໂມງ 00 ຕອນເຊົ້າ, ເຫດການດັ່ງກ່າວນີ້ໄດ້ເຮັດໃຫ້ມີຜູ້ເສຍຊິວິດຈຳນວນ 4 ຄົນ ຄື: ພໍ່ ແລະ ແມ່ ພ້ອມກັບລູກຊາຍຝາແຝດ 2 ຄົນ, ໃນນີ້ປະຕິຫານໄດ້ເກີດຂື້ນຄື: ທ້າວ ຈຸນນີ ບຸດຊາຍກົກຜູ້ພິການໄດ້ລອດຕາຍຈາກເຫດການດັ່ງກ່າວ. ສ່ວນຍາດພີ່ນ້ອງຈະເບີ່ງແຍງດູແລ ທ້າວ ຈຸນນີ, ມີ ນາງ ວອນ ແມ່ຂອງນາງ ຕອງແກ້ວ, ທ້າວ ທິບພະສອນ ແລະ ທ້າວ ພັດທະສອນ ເປັນນ້ອງຊາຍຂອງ ນາງ ຕອງແກ້ວ. ສ່ວນຊັບສີນເຮືອນຊານຂອງ ທ້າວ ທອງສະຫວັນ ແລະ ນາງ ຕອງແກ້ວ ແມ່ນບໍ່ມີຍັງເຫຼືອຈັກຢ່າງ.

Expenses

1. ມອບເປັນເງິນສົດໃຫ້ຄອບຄົວຜູ້ຖື່ກເຄາະຮ້າຍເພື່ອປະກອບສ່ວນເຂົ້າໃນການຈັດພິທີທາງສາສະໜາຕ່າງໆ ແລະ ເພື່ອເປັນການດູແລໃຫ້ກັບຜູ້ລອດຊິວີດ ຈຳນວນ 1 ຄົນ.