ໂຄງການ “ ລະດົມປັດໃຈທຶນສ້າງພະພຸດທະຮູບໃຫຍ່ ອົງ ປາງນາກປົກ 9 ສຽນ, ວັດບ້ານໂພນງາມ, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ”ເຊິ່ງເປັນວັດທີ່ຢູ່ ເຂດຫ່າງໄກສອກຫຼີກ, ເປັນສະຖານທີ່ໃຫ້ການສຶກສາທາງດ້ານສາສະໜາ, ຊ່ວຍເຫຼືອລູກຫຼານຂອງຊາວບ້ານ ທີ່ທຸກຍາກ ແລະ ດ້ອຍໂອກາດທາງດ້ານການສຶກສາໂດຍພື້ນຖານ, ເຊິ່ງໄລຍະຜ່ານມາອອກໂຕນຍາດໂຍມ ໄດ້ມີຈິດສັດທາຮ່ວມໃຈກັນສ້າງພະພຸດທະຮູບໃຫຍ່ເລີ່ມແຕ່ປີ 2023 ເປັນຕົ້ນມາ, ປັດຈຸບັນແມ່ນໃກ້ສໍາ ເລັດແລ້ວ, ຍັງເຫຼືອແຕ່ສ້າງພະຍານາກ 9 ສຽນ, ຍ້ອນວ່າຍັງຂາດປັດໃຈທາງດ້ານວັດຖຸ ແລະ ທຶນຮອນຈິ່ງ ເຮັດໃຫ້ບໍ່ທັນສຳເລັດເທື່ອ
600 ລ້ານກີບ (ມູນຄ່າການກໍ່ສ້າງພະຍານາກ 9 ສຽນປົກພະພຸດທະຮູບແມ່ນ 568,444,300 ກີບ, ຄ່າແຮງງານ ແລະ ຄ່າບໍລິຫານອື່ນໆທີ່ກ່ຽວຂ້ອງແມ່ນ 31,555,700 ກີບ)