Description
ໃນວັນທີ 07/05/2018 ເວລາ 16:00 ໂມງ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນຢູ່ບ້ານສັນແຟນ, ເມືອງຄຳ, ແຂວງ ຊຽງຂວາງ ຄວາມເສຍຫາຍເບື້ອງຕົ້ນແມ່ນເກືອບ 40 ຫຼັງຄາເຮືອນ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບເກືອບ 400 ຄົນ ລວມມູນຄ່າຄວາມເສຍຫາຍທັງໝົດປະມານ 1.000.000.000 ກວ່າກີບ (ໜຶ່ງຕື້ກວ່າກີບ). ສະນັ້ນ, ເພື່ອເປັນການແບ່ງປັນນ້ຳໃຈຊ່ວຍເຫຼືອ ແກ່ປະຊາຊົນຜູ້ປະສົບເຄາະຮ້າຍໃນຄັ້ງນີ້ ຈິ່ງມີຄວາມຕ້ອງການລະດົມທຶນເພື່ອຊ່ວຍເຫຼືອ. ບ້ານສັນແຟນ ຂຶ້ນກັບກຸ່ມບ້ານຍອດລ້ຽງ, ເມືອງຄຳ, ແຂວງຊຽງຂວາງ ຫ່າງຈາກເທດສະບານເມືອງຄຳປະມານ 64 ກິໂລແມັດ.
Expenses
ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງນຸ່ງຫົ່ມ ແລະ ຊ່ວຍເຫຼືອເປັນເງິນ: ມູນຄ່າ 100.000.000 ກີບ

Activities

ມອບເງິນຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກ ໄຟໄໝ້ບ້ານສັນແຟນ ເມືອງ ຄໍາ ແຂວງ ຊຽງຂວາງ

18/05/2018

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຮ່ວມກັບ ໂທລະໂຄ່ງ ໄດ້ຕາງໜ້າແກ່ຜູ້ໃຈບຸນທີ່ໄດ້ຮ່ວມບໍລິຈາກ ເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄຟໄໝ້ ບ້ານ ສັນແຟນ, ເມືອງ ຄຳ, ແຂວງ ຊຽງຂວາງ ຜ່ານ BCEL One Heart ຈໍານວນ 500 ທ່ານ ລວມມູນຄ່າ 38.700.000 ກີບ (ສາມສິບແປດລ້ານເຈັດແສນກີບຖ້ວນ) ເຊິ່ງໄດ້ຈັດພິທີມອບ ໃນວັນທີ 18/05/2018 ຕາງໜ້າຮັບໂດຍ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການ ເຈົ້າແຂວງ ແຂວງ ຊຽງຂວາງ ທັງເປັນ ປະທານສະພາປະຊາຊົນຂັ້ນແຂວງ. ເງິນບໍລິຈາກດັ່ງກ່າວນີ້ຄະນະຜູ້ຮັບຜິດຊອບຈະສົມທົບກັບເງິນບໍລະຈາກຈາກພາກສ່ວນ ອື່ນເພື່ອປະກອບໃນການປຸກສ້າງທີ່ພັກອາໄສ ແລະ ຈັດສັນສິ່ງທີ່ຈໍາເປັນໃຫ້ແກ່ຜູ້ປະສົບໄພຄັ້ງນີ້. BCEL One Heart ເປັນຜະລິດຕະພັນ ທີ່ ທຄຕລ ມີຄວາມຕັ້ງໃຈນໍາໃຊ້ເທັກໂນໂລຢີທີ່ທັນສະໄໝເຂົ້າໃນວຽກງານຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນກຳໄລ ແລະ ບໍ່ມີຄ່າທຳນຽມ ການບໍລິຈາກກໍ່ງ່າຍ, ເຊິ່ງຈະຊ່ວຍໃຫ້ຜູ້ຫຍຸ້ງຍາກໄດ້ຮັບການ ຊ່ວຍເຫຼືອຕາມຄວາມເໝາະສົມ, ຜູ້ທີ່ບໍລິຈາກກໍ່ມີຄວາມໝັ້ນໃຈໄດ້ວ່າການບໍລິຈາກຂອງຕົນຈະເຖິງມືຜູ້ຕ້ອງການຄວາມຊ່ວຍ ເຫຼືອແທ້. ທ່ານກໍ່ສາມາດມີສ່ວນຮ່ວມແບ່ງປັນນໍ້າໃຈຊ່ວຍເຫຼືອສັງຄົມ ຜ່ານ BCEL One Heart ດ້ວຍຕົວທ່ານເອງໄດ້ BCEL One Heart ຫົວໃຈດວງດຽວກັນ (ສະດວກວ່ອງໄວໂປ່ງໃສ) ຂໍ້ມຸນເພີ່ມເຕີມ: Website: www.oneheart.la