ຂໍຄວາມຊ່ວຍເຫລືອແດ່ທ້ອນນຳຜູ້ໃຈບຸນອ້າຍເອື້ອຍນ້ອງຫມູ່ເພື່ອນທັງຫຼາຍ ລູກຂອງຂ້າພະເຈົ້າຊື່ ທ້າວ ພູນຊັບໂຊກໄຊ ເກີດເມື່ອວັນທີ 11/10/2018 ຫາກະໄດ້ 20 ມື້ມື້ນີ້ທີ 31.10.2018 ໄດ້ເອົາລູກມານອນຢູ່ໂຮງຫມໍມະໂຫສົດໄອຊີຢູ ຜູ້ກ່ຽວມີອາຫານໂຕເຫລືອງສົບກຳ່ ຫາຍໃຈໄວຜິດປົກກະຕິ ຫລັງຈາກຫມໍໄດ້ກວດໃຫ້ແລ້ວ ເພີ່ນບອກວ່າລາວມີຫົວໃຈ ຜິດປົກະຕິ ຄືມີຮູຮົ່ວ 2 ຮູ ແລະ ເສັ້ນເລືອດດຳກັບແດງທີໄປລ້ຽງປອດກັບຮ່າງກາຍມັນຢູ່ສະຫລັບເສັ້ນກັນ ທາງດຽວທີຈະຊ່ວຍໄດ້ຄືຕ້ອງນຳສົ່ງໄປໄທເພື່ອຜ່າຕັດແຕ່ຄ່າໃຊ້ຈ່າຍສູງປັດໄຈທາງຄອບຄົວບໍ່ພຽງພໍ ຢາກຂໍໃຫ້ຜູ້ໃຈບຸນທີໄດ້ອ່ານຊ່ວຍລະດົມທືນບໍລິຈາກປັດໃຈເລັກນ້ອຍເປັນນຳ້ໃຈຊ່ວຍລູກຄ້າພະເຈົ້າແດ່ທ້ອນ🙏🙏🙏 ເພາະຢູ່ນິເພີ່ນໃຫ້ໃສ່ອົກຊີປະຄອງຊີວິດມື້ນິເພີ່ນກະຢຸດຫາຍໃຈເທື່ອ 1 ຫມໍຢາກໃຫ້ໄປດ່ວນບໍ່ເກີນ 1 ອາທິດ
ເງິນທັງໝົດທີ່ໄດ້ຈາກການບໍລິຈາກຈະນຳໃຊ້ເຂົ້າໃນການປິ່ນປົວລູກ ງົບປະມານຄ່າໃຊ້ຈ່າຍໃນງານຜ່າຕັດຢູ່ໄທ ປະມານ 100-125 ລ້ານກີບ (400.000-500.000 ບາດ)