Description

ໂຄງການດັ່ງກ່າວແມ່ນໂຄງການທີ່ລະດົມທຶນ ເຂົ້າໃນການການປິ່ນປົວນ້ອງ ອາຫຼິວ ອາຍຸ 07 ປີ ປ່ວຍເປັນຕຸ່ມເປື່ອຍຢູ່ກ້ອງຂີ້ແຮ້ທັງ 2 ເບື້ອງ ແລະ ຢູ່ຕາມລຳຄໍ, ບ່າໄຫຼ່. ທ້າວອາຫຼິວເປັນລູກຂອງ ນາງ ສຸບິນ ອາຊີບ ຊາວນາ, ຢູ່ທີ່ບ້ານ ດອນ, ເມືອງປາກກະດິງ, ແຂວງ ບໍລິຄຳໄຊ (ຄອບຄົວທຸກຍາກ). ນ້ອງອາຫຼິວເປັນພະຍາດທີ່ຍັງບໍສາມາດລະບຸສາເຫດໄດ້, ປະຈຸບັນນ້ອງມີຄວາມທຸກທໍລະມານຈາກການເຈັບຕຸ່ມທີ່ເກີດຂຶ້ນໃນຕົນຕົວໂດຍທີ່ບໍຮູ້ສາເຫດ, ແຕ່ລະມື້ໄດ້ແຕ່ຮ້ອງໃຫ້ຍ້ອນຄວາມເຈັບປວດທໍລະມານ ບາງມື້ມີເລືອດໄຫຼອອກທາງດັງ ແລະ ຮາກອອກເປັນເລືອດ ຍ້ອນຄອບຄົວທຸກຍາກຂາດເຂີນຈິ່ງບໍສາມາດເຂົ້າໄປປິ່ນປົວຢູ່ໂຮງໝໍໄດ້ຢ່າງຕໍ່ເນື່ອງໄດ້ພຽງແຕ່ປິ່ນປົວດ້ວຍຢາພື້ນເມືອງທີ່ເປັນຄວາມເຊື່ອ ແລະ ຄວາມສາມາດຂອງຄອບຄົວ, ພາຍຫຼັງ ສະຫະພັນແມ່ຍິງແຂວງຮັບຮູ້ເລື່ອງລາວຈິ່ງຢື່ນມືເຂົ້າຊ່ວຍນຳມາກວດຫາສາເຫດຢູ່ໂຮງໝໍແຂວງ ແລະ ປະຈຸບັນໄດ້ສົ່ງໄປປູກເຊື້ອເພື່ອຫາສາເຫດ ແລະ ປິ່ນປົວໃຫ້ຫາຍຂາດ. ເຈົ້າຂອງໂຄງການແມ່ນ: ສະຫະພັນແມ່ຍິງແຂວງ ບໍລິຄຳໄຊ, ເບີໂທຕິດຕໍ່ 020 28257999.

- ໄລຍະເວລາຂອງໂຄງການ: ວັນທີ 01/08/2019 ຮອດວັນທີ 31/08/2019

- ເປົ້າໝາຍຍອດເງິນຊ່ວຍເຫຼືອແມ່ນ ບໍມີກຳນົດ

- ບັນຊີຮອງຮັບເງິນບໍລິຈາກ 150120001148558001 ອອກຊື່ LAO WOMEN UNION BOLIKHAMXAY

Expenses

ຄ່າປິ່ນປົວ, ຢູ່ໂຮງໝໍໃຫຍ່