ສະບາຍດີໜູ່ເພື່ອນ ແລະ ສັງຄົມທີ່ນັບຖື ຂ້າພະເຈົ້າ ນາງ ມີສອນ ທະແອ໋ງພົງສັກ ອາຍຸ 38 ປີ ຢູ່ບ້ານຫ້ວຍແດນເມືອງ ເມືອງ ໄຊທານີ ຂໍວອນຄວາມຊ່ວຍເຫຼືອຈາກສັງຄົມ ແລະ ໝູ່ເພື່ອນໃຈບຸນທັງຫຼາຍ ໃຫ້ຄວາມຊ່ວຍເຫຼືອເມດຕາແກ່ ນ້ອງຊາຍຂອງຂ້າພະເຈົ້າທີ່ຖືກອຸປະຕິເຫດລົດໃຫຍ່ຕໍາລົດຈັກ (ແລ້ວຫຼົບໜີ) ປະຈຸບັນບໍໄດ້ຮັບການຢຽວຢາຈາກຄູ່ກໍລະນີເທື່ອ. ຜູ້ປະສົບເຄາະຮ້າຍດັ່ງກ່າວຊື່ ທ້າວ ເສີດ ທະແອ໋ງພົງສັກ ເປັນອາຈານສອນທິດສະດີການເມືອງ ທີ່ ວປສ ແຫ່ງຊາດ ໃນວັນທີ 19/05/2019 ເຫດເກີດທີ່ບ້ານ ໂນນສະອາດ ເມືອງໄຊທານີ ເຊິ່ງນ້ອງຊາຍຂອງຂ້າພະເຈົ້າອາການບາດເຈັບສາຫັດ ຂາເບື້ອງຊ້າຍຂາດ ແລະ ພົກຍ່ຽວແຕກ ເສຍເລືອດຫຼາຍ ຈິ່ງໄດ້ສົ່ງໄປຜ່າຕັດ ແລະ ປິ່ນປົວຢູ່ທີ່ໂຮງໝໍປະເທດໄທ ນັບແຕ່ມື້ເກີດເຫດຈົນຮອດປະຈຸບັນໄດ້ຜ່າຕັດ 4 ຄັ້ງແລ້ວ ແລະ ຄ່າໃຊ້ຈ່າຍແຕ່ລະຄັ້ງກໍ່ເປັນມູນຄ່າສູງຫຼາຍ ເຊິ່ງຜູ້ປະສົບອຸບັດຕິເຫດເປັນອາຈານສອນທິດສະດີ ທີ່ ວປສ ເວີນຄຳ ຍັງບໍໄດ້ສ້າງຄອບຄົວ (ໂສດ),ຜູ້ກ່ຽວໄດ້ພັກອາໃສຢູ່ນຳຂ້າພະເຈົ້າ(ເປັນເອື້ອຍຂອງຜູ້ກ່ຽວ) ມີອາຊີບເປັນພະນັກງານລັດທັງ 2 ນ້ອງເອື້ອຍເຊິ່ງມາຮອດປະຈຸບັນຂ້າພະເຈົ້າເອງບໍມີຄວາມສາມາດຫາເງິນມາປິ່ນປົວນ້ອງຊາຍໄດ້ຕື່ມແລ້ວ, ພີ່ນ້ອງໝຸ່ເພີ່ອນກໍ່ໄດ້ໃຫ້ຄວາມຊ່ວຍເຫຼືອນັບແຕ່ມື້ເກີດເຫດ ແຕ່ຍ້ອນຄ່າໃຊ້ຈ່າຍທີ່ສູງຫຼາຍໃນແຕ່ລະມື້ຢ່າງຕໍ່ເນື່ອງຈຶ່ງເຮັດໃຫ້ບໍ່ມີເງິນພຽງພໍທີ່ຈະຈ່າຍຄ່າປິ່ນປົວຕໍ່ໄປ ແລະ ຍັງບໍ່ຮູ້ວ່ານ້ອງຊາຍຂອງຂ້າພະເຈົ້າຈະພົ້ນຂີດອັນຕະລາຍ ແລະ ຟື້ນມື້ໃດ...ດັ່ງນັ້ນ; ຂ້າພະເຈົ້າຈຶ່ງຕາງໜ້າຄອບຄົວມາວອນຂໍຄວາມຊ່ວຍເຫລືອຈາກຜູ້ໃຈບຸນໃນສັງຄົມແລະໝູ່ເພືອນທັງຫຼາຍໃຫ້ຄວາມເມດຕາແບ່ງປັນນໍ້າໃຈຜູ້ລະເລັກລະນ້ອຍຜ່ານ Oneheart ເງິນສ່ວນໜ້ອຍຂອງທ່ານແຕ່ມີຄ່າອັນມະຫາສານ ແລະ ມັນສາມາດຕໍ່ຊິວິດຂອງ ນ້ອງຊາຍຂ້າພະເຈົ້າ ກໍ່ຄືແມ່ພິມຂອງຊາດໄດ້
ບຸນຄຸນຄັ້ງນີ້ຂໍຈົດຈໍາໄວ້ບໍ່ມີວັນລືມ...
ນະໂອກາດນີ້ ຂ້າພະເຈົ້າຂໍຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງທ່ານຜູ້ທີ່ໃຈບຸນທັງຫລາຍທີ່ເມດຕາຊ່ວຍເຫລືອ ຂໍສົ່ງພອນອັນປະເສີດ ແລະ ສົ່ງບຸນກັບຄືນສູ່ທ່ານແລະຄອບຄົວທ່ານຫຼາຍເທົ່າດ້ວຍເຖິດ ສາທຸ...
ຄ່າໃຊ້ຈ່າຍປະຈຸບັນ 20,000,000 ກີບ/ວັນ