ໂຄງການດັ່ງກ່າວແມ່ນເພື່ອລະດົມທຶນເຂົ້າໃນການຊ່ວຍເຫຼືອ ບັນດາບ້ານທີ່ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ, ດິນເຈື່ອນທັບເຮືອນຊານ ແລະ ນໍ້ານອງຊຸໄຮ່ນາປະຊາຊົນ ເຊິ່ງມີ 6 ບ້ານທີ່ໄດ້ຮັບຜົນກະທົບໜັກ ແລະ 2 ຄອບຄົວທີ່ມີຄົນສູນຫາຍ ຢູ່ເຂດ ນໍ້າງາ, ເມືອງ ວຽງໄຊ, ແຂວງ ຫົວພັນ ໃນໄລຍະວັນທີ: 02-04/08/2019 ເຊິ່ງມີລາຍລະອຽດຜົນເສຍຫາຍດັ່ງລຸ່ມນີ້:
· ບ້ານ ຫີນດຳ ມີຜົນເສຍຫາຍຄື:
- ຄອບຄົວ ທ້າວ ເຍ່ຍຈິງທໍ່ ບ້ານ ຫີນດຳ ສະມາຊິກຄອບຄົວທັງໝົດ 10 ຄົນ, ຍິງ 04 ຄົນ, ຍັງມີຊີວິດຢູ່ 06 ຄົນ, ຍິງ 03 ຄົນ, ສູນຫາຍ 04 ຄົນຄື:
1. ທ້າວ ເຍ່ຍຈິງທໍ່ ເພດຊາຍ ອາຍຸ 47 ປີ.
2. ນາງ ເຢີ ເພດຍິງ ອາຍຸ 45 ປີ.
3. ທ້າວ ເຍຍ ເພດຊາຍ ອາຍຸ 17 ປີ.
4. ທ້າວ ເຈັງ ເພດຊາຍ ອາຍຸ 13 ປີ.
- ຄອບຄົວ ທ້າວ ເວັງຊົ່ງ ບ້ານ ຫີນດຳ ສະມາຊິກຄອບຄົວທັງໝົດ 05 ຄົນ, ຍິງ 02 ຄົນ, ຍັງມີຊີວິດຢູ່ 02 ຄົນ, ຍິງ 0 ຄົນ, ສູນຫາຍ 03 ຄົນຄື:
1. ນາງ ໄມຊົວທໍ່ ເພດຍິງ ອາຍຸ 22 ປີ.
2. ນາງ ເຊຍຊີ ເພດຍິງ ອາຍຸ 05 ປີ.
3. ທ້າວ ເມັ່ງຊົ່ງ ເພດຊາຍ ອາຍຸ 4 ເດືອນ.
ຜ່ານການລົງກວດກາຕົວຈິງເຫັນວ່າ ເຮືອນທັງສອງຫຼັງເສຍຫາຍ 100% ສ່ວນຜູ້ສູນຫາຍທັງໝົດຈຳນວນ 07 ຄົນ ແມ່ນຍັງບໍ່ທັນພົບເຫັນ, ເນື້ອທີ່ນາເສຍຫາຍ 02 ເຮັກຕາ, ດິນທັບຖົມຄວາຍ 02 ໂຕ.
· ບ້ານ ຄຳນາງ ມີຜົນເສຍຫາຍຄື: ເນື້ອທີ່ນາເສຍຫາຍ 03 ເຮັກຕາ, ເຮືອນ 02 ຫຼັງ ແລະ ໜອງປາ 06 ໜອງ.
· ບ້ານ ນາຮາມ ມີຜົນເສຍຫາຍຄື: ເນື້ອທີ່ນາເສຍຫາຍ 15 ເຮັກຕາ, ໜອງປາ 50 ໜອງ, ງົວ-ຄວາຍ 08 ໂຕ, ເຮືອນ 01 ຫຼັງ, ໄຟຟ້ານ້ຳຢອດ 80 ເຄື່ອງ, ຄອງເໝືອງ 05 ແຫ່ງ, ໄຮ່ເຂົ້າ 12 ເຮັກຕາ ແລະ ສຸກສາລາເປ່ເພບໍ່ສາມາດບໍລິການປະຊາຊົນໄດ້.
· ບ້ານ ນາເຮືອ ມີຜົນເສຍຫາຍຄື: ເນື້ອທີ່ນາເສຍຫາຍ 02 ເຮັກຕາ, ຄອງເໝືອງ 08 ແຫ່ງ, ໜອງປາ 20 ໜອງ ແລະ ໄຮ່ 0,1 ເຮັກຕາ.
· ບ້ານ ຟ້ອງງາ ມີຜົນເສຍຫາຍຄື: ເນື້ອທີ່ນາເສຍຫາຍ 08 ເຮັກຕາ, ຄອງເໝືອງເປ່ເພ 01 ແຫ່ງ ຍາວ 18 ແມັດ, ຝາຍ 02 ແຫ່ງ ແລະ ໜອງປາ 09 ໜອງ.
· ບ້ານ ນາມັ້ນ ມີຜົນເສຍຫາຍຄື: ເນື້ອທີ່ນາເສຍຫາຍ 03 ເຮັກຕາ, ຄອງເໝືອງ 03 ແຫ່ງ ແລະ ໜອງປາ 10 ໜອງ.
ຜົນກະທົບທີ່ຮ້າຍແຮງກ່ວາໝູ່ຢູ່ ເມືອງ ວຽງໄຊ ປະຈຸບັນແມ່ນ 06 ບ້ານຂ້າງເທິງນີ້ ມູນຄ່າເສຍຫາຍປະມານ 13 ຕື້ກ່ວາກີບ.
ຄ່າໃຊ້ຈ່າຍພາຍໃນໂຄງການ ສິ່ງທີ່ຈໍາເປັນທີ່ສຸດແມ່ນເສັ້ນທາງເປ່ເພຮ້າຍແຮງລົດບໍ່ສາມາດເຂົ້າເຖິງໄດ້, ອຸປະກອນການສ້າງເຮືອນໃຫ້ຄອບຄົວທີ່ຖືກດິນເຈື່ອນທັບຖົມ, ເຂົ້າສານອາຫານແຫ້ງ ແລະ ອຸປະກອນອື່ນໆທີ່ຈຳເປັນ.