Description
  • ໂຄງການ “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ຄົນລາວຫົວໃຈ❤️ດຽວກັນ ຍາມສຸກຮ່ວມສຸກຍາມທຸກຮ່ວມທຸກບໍ່ຖິ້ມກັນ

    ແມ່ນໂຄງການທີ່ເປີດຂຶ້ນເພື່ອລະດົມທຶນຈາກສັງຄົມໃຫ້ການຊ່ວຍເຫຼືອຕ້ານໂລກລະບາດ COVID-19 ແກ່ພາກສ່ວນ ຫຼື ອົງກອນທີ່ຮັບຜິດຊອບໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແລະ ພາກສ່ວນ ຫຼື ອົງກອນທີ່ໄດ້ຮັບຜົນກະທົບໂດຍກົງຈາກ COVID-19. ໂດຍສະເພາະແມ່ນ: ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 , ໂຮງໝໍ ແລະ ພາກສ່ວນອື່ນໆ. ອີງຕາມສະຖານການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ທີ່ກໍາລັງລະບາດໃນປະເທດລາວເຮົາ ແລະ ທົ່ວໂລກ ຖືເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນອັນຮີບດ່ວນ ເພື່ອຊ່ວຍເຫຼືອແກ້ໄຂຕ້ານໂລກລະບາດ COVID-19 ໃຫ້ທັນສະພາບໃນປະຈຸບັນ ແລະ ໃນຕໍ່ໜ້າ. ດັ່ງນັ້ນ; ທຄຕລ ຈຶ່ງເປີດໂຄງການດັ່ງກ່າວຜ່ານ BCEL OneHeart ເພື່ອເປັນຊ່ອງທາງການຮ່ວມບໍລິຈາກທີ່ວ່ອງໄວ ແລະ ກວດສອບໄດ້.

  • ໃນການນໍາໃຊ້ເງິນທີ່ລະດົມໄດ້ຈາກສັງຄົມແມ່ນ ທຄຕລ ຈະຈັດຊື້ວັດຖຸ, ອຸປະກອນທີ່ຈໍາເປັນເພື່ອຕ້ານ COVID-19 ຫຼື ນໍາໃຊ້ເຂົ້າໃນວຽກງານອື່ນໆທີ່ມີຄວາມຈໍາເປັນ ເພື່ອຊ່ວຍເຫຼືອພາກສ່ວນ ຫຼື ອົງກອນທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ໂດຍຈະໃຫ້ການຊ່ວຍເຫຼືອເປັນແຕ່ລະໄລຍະຕາມຄວາມຈໍາເປັນຕົວຈິງ, ເຊິ່ງໃນການມອບ-ຮັບການຊ່ວຍເຫຼືອແຕ່ລະຄັ້ງນັ້ນ ທຄຕລ ຈະແຈ້ງໃຫ້ຜູ້ທີ່ຮ່ວມບໍລິຈາກ ແລະ ສັງຄົມຮັບຊາບຜ່ານທາງໜ້າຂ່າວຂອງ BCEL OneHeart ແລະ ສື່ໂຄສະນາຕ່າງໆຂອງ ທຄຕລ.

Expenses

ເປົ້າໝາຍຂອງວົງເງິນແມ່ນອີງຕາມການຮ່ວມບໍລິຈາກຕົວຈິງຂອງສັງຄົມ, ໃນການນໍາໃຊ້ເງິນທີ່ລະດົມໄດ້ຈາກສັງຄົມແມ່ນ ທຄຕລ ຈະຈັດຊື້ວັດຖຸ, ອຸປະກອນທີ່ຈໍາເປັນເພື່ອຕ້ານ COVID-19 ຫຼື ນໍາໃຊ້ເຂົ້າໃນວຽກງານອື່ນໆທີ່ມີຄວາມຈໍາເປັນ ເພື່ອຊ່ວຍເຫຼືອພາກສ່ວນ ຫຼື ອົງກອນທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ໂດຍຈະໃຫ້ການຊ່ວຍເຫຼືອເປັນແຕ່ລະໄລຍະຕາມຄວາມຈໍາເປັນຕົວຈິງ, ເຊິ່ງໃນການມອບ-ຮັບການຊ່ວຍເຫຼືອແຕ່ລະຄັ້ງນັ້ນ ທຄຕລ ຈະແຈ້ງໃຫ້ຜູ້ທີ່ຮ່ວມບໍລິຈາກ ແລະ ສັງຄົມຮັບຊາບຜ່ານທາງໜ້າຂ່າວຂອງ BCEL OneHeart ແລະ ສື່ໂຄສະນາຕ່າງໆຂອງ ທຄຕລ.

Activities

ພິທີມອບ-ຮັບເງິນບໍລິຈາກຂອງສັງຄົມ ຜ່ານ BCEL OneHeart ໂຄງການ ‘‘ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19’’ (ຄັ້ງທີ 1)

14/05/2020

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຕາງໜ້າຜູ້ຮ່ວມບໍລິຈາກຜ່ານ BCEL OneHeart ໂຄງການ ‘‘ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19’’ ໄດ້ຈັດພິທີມອບ-ຮັບເງິນທີ່ລະດົມໄດ້ຈາກສັງຄົມໃຫ້ກັບ 7 ໂຮງໝໍ ທີ່ຮັບຜິດຊອບໃນການປ້ອງກັນ, ຄວບຄຸມ-ແກ້ໄຂການລະບາດພະຍາດ COVID-19 ໂດຍມອບເປັນວັດຖຸອຸປະກອນທາງການແພດທີ່ຈໍາເປັນ ເພື່ອຕ້ານ COVID-19 ເຊັ່ນ: ໜ້າກາກອະນາໄມ, ເຈວແອກໍຮໍລ້າງມື, ຖົງມື, ເຄື່ອງວັດແທກຄວາມດັນ ແລະ ເຄື່ອງວັດແທກອຸນຫະພູມ ເປັນຕົ້ນ. ລວມມູນຄ່າທັງໝົດ 130.600.000 ກີບ (ໜຶ່ງຮ້ອຍສາມສິບລ້ານຫົກແສນກີບ) ພິທີມອບ-ຮັບ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ເມສາ - 8 ພຶດສະພາ 2020 ເຊິ່ງໃນວັນທີ ວັນທີ 30 ເມສາ 2020 ໄດ້ຕາງໜ້າຜູ້ບໍລິຈາກມອບໃຫ້ 4 ໂຮງໝໍ ລວມມີ ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍເຊດຖາທິຣາດ, ໃຫ້ກຽດມອບໂດຍ ທ່ານ ສົມສຸກ ດວງດາລາ ຫົວໜ້າພະແນກການຕະຫຼາດ ທຄຕລ, ທ່ານ ຕຸລາລິດ ພົມມະສຸລິນ ຫົວໜ້າອະນຸກໍາມະການ BCEL OneHeart ແລະ ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ທຄຕລ ລາຍລະອຽດດັ່ງນີ້: 1. ໂຮງໝໍມິດຕະພາບ ປະກອບມີ ໜ້າກາກອະນາໄມ 5.000 ອັນ, ເຈວແອກໍຣໍລ້າງມື 10.000 ມລ, ຖົງມື 500 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 10 ເຄື່ອງ ລວມມູນຄ່າ 23.950.000 ກີບ (ຊາວສາມລ້ານເກົ້າແສນຫ້າສິບພັນກີບ) ໃຫ້ກຽດຮັບໂດຍ ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມດ້ວຍຄະນະ. 2. ໂຮງໝໍມະໂຫສົດ ປະກອບມີ ໜ້າກາກອະນາໄມ 5.000 ອັນ, ເຈວແອກໍຣໍລ້າງມື 10.000 ມລ, ຖົງມື 500 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 10 ເຄື່ອງ ລວມມູນຄ່າ 23.950.000 ກີບ (ຊາວສາມລ້ານເກົ້າແສນຫ້າສິບພັນກີບ) ໃຫ້ກຽດຮັບໂດຍ ທ່ານ ດຣ ພິສິດ ພຸດສະຫວັນ ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ. 3. ໂຮງໝໍສູນກາງ 103 ກອງທັບ ປະກອບມີ ໜ້າກາກອະນາໄມ 5.000 ອັນ, ເຈວແອກໍຣໍລ້າງມື 10.000 ມລ, ຖົງມື 500 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 10 ເຄື່ອງ ລວມມູນຄ່າ 23.950.000 ກີບ (ຊາວສາມລ້ານເກົ້າແສນຫ້າສິບພັນກີບ) ໃຫ້ກຽດຮັບໂດຍ ທ່ານ ພັອ ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານອໍານວຍການໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະ. 4. ໂຮງໝໍເຊດຖາທິຣາດ ປະກອບມີ ໜ້າກາກອະນາໄມ 2.500 ອັນ, ເຈວແອກໍຣໍລ້າງມື 10.000 ມລ, ຖົງມື 500 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 10 ເຄື່ອງ ລວມມູນຄ່າ 17.200.000 ກີບ (ສິບເຈັດລ້ານສອງແສນກີບ) ໃຫ້ກຽດຮັບໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຜູ້ອໍານວຍການໂຮງໝໍເຊດຖາທິຣາດ ພ້ອມດ້ວຍຄະນະ. ຕໍ່ມາໃນວັນທີ 8 ພຶດສະພາ 2020, ທຄຕລ ຕາງໜ້າຜູ້ບໍລິຈາກໂຄງການດັ່ງກ່າວໄດ້ສືບຕໍ່ມອບເຄື່ອງມືທາງການແພດ ໃຫ້ອີກ 3 ໂຮງໝໍດັ່ງນີ້: 5. ໂຮງໝໍ ແຂວງຫຼວງພະບາງ ປະກອບມີ ໜ້າກາກອະນາໄມ 2.450 ອັນ, ເຈວແອກໍຣໍລ້າງມື 10.000 ມລ, ຖົງມື 500 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 10 ເຄື່ອງ ລວມມູນຄ່າ 17.200.000 ກີບ (ສິບເຈັດລ້ານສອງແສນກີບ) ໃຫ້ກຽດມອບໂດຍ ທ່ານ ບຸນທັນ ແກ້ວບຸບຜາ ຫົວໜ້າ ທຄຕລ ສາຂາຫຼວງພະບາງ ພ້ອມດ້ວຍຄະນະ. ໃຫ້ກຽດຮັບໂດຍ ທ່ານ ດຣ ທອງພຸດ ສຸກກະເສີມ ຜູ້ອໍານວຍການໂຮງໝໍ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ. 6. ໂຮງໝໍ ເມືອງບໍລິຄັນ ແຂວງບໍລິໄຊ ປະກອບມີ ໜ້າກາກອະນາໄມ 1.500 ອັນ, ເຈວແອກໍຣໍລ້າງມື 7.500 ມລ, ຖົງມື 250 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 5 ເຄື່ອງ ລວມມູນຄ່າ 12.850.000 ກີບ (ສິບສອງລ້ານແປດແສນຫ້າສິບພັນກີບ) ໃຫ້ກຽດມອບໂດຍ ທ່ານ ພອນປະເສີດ ແສງສະຫວ່າງ ຮອງຫົວໜ້າ ທຄຕລ ສາຂາບໍລິຄໍາໄຊ ພ້ອມດ້ວຍຄະນະ. ໃຫ້ກຽດຮັບໂດຍ ທ່ານ ນາງ ສີດາ ພັນທະລາ ຮອງເຈົ້າເມືອງບໍລິຄັນ, ທ່ານ ດຣ ຄໍາແຫວນ ເພັງຜາແກ້ວ ຜູ້ອໍານວຍການ ໂຮງໝໍ ເມືອງບໍລິຄັນ ແຂວງບໍລິໄຊ ພ້ອມດ້ວຍຄະນະ. 7. ໂຮງໝໍ ເມືອງປາກງື່ມ ປະກອບມີ ໜ້າກາກອະນາໄມ 1.000 ອັນ, ເຈວແອກໍຣໍລ້າງມື 7.500 ມລ, ຖົງມື 250 ຄູ່, ເຄື່ອງວັດແທກອຸນຫະພູມ 10 ເຄື່ອງ ແລະ ເຄື່ອງວັດແທກຄວາມດັນ 5 ເຄື່ອງ ລວມມູນຄ່າ 11.500.000 ກີບ (ສິບເອັດລ້ານຫ້າແສນກີບ) ໃຫ້ກຽດມອບໂດຍ ທ່ານ ວົງສັກ ລັດຕະນະວົງ ຫົວໜ້າ ທຄຕລ ສາຂາດົງໂດກ ພ້ອມດ້ວຍຄະນະ.ໃຫ້ກຽດຮັບໂດຍ ທ່ານ ດຣ ຄໍາຫຼ້າ ເພັດລາວັນ ຜູ້ອໍານວຍການ ໂຮງໝໍ ເມືອງປາກງື່ມ ພ້ອມດ້ວຍຄະນະ. ພິທີຕາງໜ້າຜູ້ບໍລິຈາກ ມອບ-ຮັບເຄື່ອງວັດຖຸອຸປະກອນທາງການແພດຕ້ານ COVID-19 ໃຫ້ທັງ 7 ໂຮງໝໍ ແມ່ນໄດ້ດໍາເນີນໄປຢ່າງອົບອຸ່ນ ໂອກາດດັ່ງກ່າວ ຕາງໜ້າທັງ 7 ໂຮງໝໍ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ກ່າວຂອບໃຈເປັນຢ່າງສູງ ມາຍັງຜູ້ໃຈບຸນທີ່ຮ່ວມແບ່ງປັນນໍ້າໃຈຊ່ວຍເຫຼືອດ້ວຍການບໍລິຈາກຜ່ານລະບົບ BCEL OneHeart ເນື່ອງຈາກວ່າອຸປະກອນທີ່ທາງໂຮງໝໍໄດ້ຮັບນັ້ນລ້ວນແລ້ວແຕ່ມີຄວາມຈໍາເປັນໃຊ້ເຂົ້າໃນການຮັບມືເພື່ອຕ້ານການແຜ່ລະບາດພະຍາດ COVID-19 ແລະ ຈະຈັດສັນເຄື່ອງທີ່ຮັບ ນໍາໃຊ້ເຂົ້າໃນວຽກງານເພື່ອໃຫ້ເກີດປະໂຫຍດສູງສຸດ. ໂຄງການ “ລະດົມທຶນໃຫ້ການຊ່ວຍເຫຼືອເພື່ອຕ້ານໂລກລະບາດ COVID-19” ແມ່ນໂຄງການທີ່ເປີດຂຶ້ນເພື່ອລະດົມທຶນຊື້ອຸປະກອນການແພດໃຫ້ການຊ່ວຍເຫຼືອຕ້ານໂລກລະບາດ COVID-19 ແກ່ພາກສ່ວນ ຫຼື ອົງກອນທີ່ຮັບຜິດຊອບໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແລະ ພາກສ່ວນ ຫຼື ອົງກອນທີ່ໄດ້ຮັບຜົນກະທົບໂດຍກົງຈາກ COVID-19. ພິທີຕາງໜ້າສັງຄົມມອບ-ຮັບເຄື່ອງບໍລິຈາກໃນຄັ້ງນີ້ແມ່ນເປັນຄັ້ງທີ 1 ລວມມູນຄ່າ 130.600.000 ກີບ ແລະ ໂຄງການແມ່ນຍັງສືບຕໍ່ລະດົມທຶນ ທ່ານໃດທີ່ຢາກແບ່ງປັນນໍ້າໃຈຊ່ວຍເຫຼືອແມ່ນສາມາດຮ່ວມບໍລິຈາກໄດ້,ລາຍລະອຽດຂອງໂຄງການແມ່ນສາາມາດເບີ່ງຕາມລິ້ງນີ້: https://www.oneheart.la/projects/oneheartcovid19