Description

ໂຄງການດັ່ງກ່າວທີ່ລະດົມທຶນເຂົ້າໃນການບັນເທົາທຸກຊ່ວຍເຫຼືອ 02 ຄອບຄົວທີ່ທຸກຍາກ, ອານາຖາ ທີ່ອາໄສຢູ່ຫ່າງຈາກເທດສະບານແຂວງປະມານ 52 ກມ ຕິດກັບຊາຍແດນຂອງປະເທດ ສສ ຫວຽດນາມ. ສອງຄອບຄົວດັ່ງກ່າວໄດ້ແກ່ ຄອບຄົວ ທ້າວມັດ - ນາງ ເຍົາ ແລະ ຄອບຄົວ ທ້າວຕອງ - ນາງ ເບ໊ຍຖືກຈັດຢູ່ໃນຄອບຄົວທຸກຍາກອານາຖາ, ຜູ້ສູງອາຍຸ, ພິການ ແລະ ບ້າໃບ້ເສຍຈິດ ໃນນັ້ນຄອບຄົວຂອງ ທ້າວມັດ ແລະ ນາງ ເຍົາ ໄດ້ມີລູກຮ່ວມກັນ 1 ຄົນ ຊື່ ທ້າວ ແສງຈັນ ແກ້ວມະນີບານ ອາຍຸ 26 ປີ, ລູກຊາຍຂອງເພິ່ນເປັນຄົນເສຍອົງຄະ (ອຳມະພາດເບື້ອງຂົວມືລົງຫາຂາເບື້ອງຂວາ) ປະຈຸບັນອຳນາດການປົກຄອງແຂວງໄດ້ຊ່ອຍເຫຼືອໂດຍການສົ່ງໄປຮຽນທີ່ສູນຄົນພິການ ຈົບ ມໍ7 ແລ້ວ.ຍ້ອນທັງສອງຄອບຄົວບໍມີທີ່ເພິ່ງພາອາໃສອີກຢ່າງກໍ່ເຖົ້າແກ່ສະລາແລ້ວ, ໄຮ່ນາຮົ້ວສວນທີ່ທຳມາຫາກິນກໍ່ບໍມີ.ລູກຊາຍທີ່ຫວັງເພິ່ງພາກໍ່ພິການ. ເຈົ້າຂອງໂຄງການແມ່ນ: ທຄຕລ ສາຂາ ອັດຕະປື ຮ່ວມກັບ ຄະນະກໍ່ສ້າງ ຮາກຖານເມືອງ ໄຊເສດຖາ ແຂວງ ອັດຕະປື,ເບີໂທຕິດຕໍ່ 020 28366699 ຊື່: ທ້າວ ປະເສີດສັກ ຍອດຈະເລີນ (ພະນັກງານ ທຄຕລ ສາຂາອັດຕະປື).

- ໄລຍະເວລາຂອງໂຄງການ: ວັນທີ 13/08/2019 ຮອດວັນທີ 31/12/2019

- ເປົ້າໝາຍຍອດເງິນຊ່ວຍເຫຼືອແມ່ນ 26.737.000,00 ກີບ (ຊາວຫົກລ້ານເຈັດແສນສາມສິບເຈັດພັນກີບ)

- ບັນຊີຮອງຮັບເງິນບໍລິຈາກ 081120001433987001 ອອກຊື່ XAYSETHA DISTRICT

1./ ຄອບຄົວທີ 1: ຄອບຄົວຂອງ ທ້າວ ມັດ (ຜົວ) ແລະ ນາງ ເຍົາ (ເມຍ) ເຊີ່ງຄອບຄົວຂອງພວກກ່ຽວໄດ້ ຈັດຢູ່ໃນຄອບຄົວທຸກ ຍາກ,ອານາຖາ,ເດັກກຳພ້າ-ກຳພອຍ,ຜູ້ອາຍຸສູງ, ພິການ ແລະ ບ້າໃບ້ເສຍຈິດ,ສົກປີ2018 ເລກທີ336/ ຮສສມ ໄຊເສດຖາ ວັນທີ 20/11/2018,ທັງ 2 ຄົນໄດ້ມີລູກຮ່ວມກັນ 1 ຄົນ ຊື່ ທ້າວ ແສງຈັນ ແກ້ວມະນີບານ ອາຍຸ 26 ປີ, ແລະ ລູກຂອງພວກ ກ່ຽວກໍເປັນ ຄົນເສຍອົງຄະ( ອຳມະພາດເບື້ອງຂວາມືລົງຫາຂາ ເບື້ອງຂວາ, ) ປະຈຸບັນທາງອໍານາດການປົກຄອງແຂວງ ໄດ້ຊ່ວຍເຫຼືອ ໂດຍການ ສົ່ງໄປຮຽນທີ່ສູນຄົນພິການປະຈຸບັນແມ່ນຈົບມໍ 7 ແລ້ວ, ສຳລັບ ທ້າວ ມັດ ແລະ ນາງ ເຍົາ ປະຈຸບັນທັງສອງຄົນມີ ອາຍຸແກ່ ການ ເດີນທາງໄປມາແມ່ນບໍ່ສາດວກ, ບໍ່ສາມາດທຳມາຫາໄດ້ຍ້ອນວ່າພວກກ່ຽວບໍ່ມີໄຮ່ນາຮົ້ວສວນ, ທີຢູ່ອາໃສເຮືອນຊານກໍ ຜຸພັງ, ບໍ່ແໜ້ນ ໜາຖາວອນ ເຊີ່ງປະຈຸບັນຢູ່ໃນຊ່ວງໜ້າຝົນເຮັດໃຫ້ຝົນຮົ່ວ ແລະ ສາດເຂົ້າໃສ່ບ່ອນອາໃສບໍ່ສາມາດນອນໄດ້, ຕໍ່ກັບ ຄອບຄົວນີ້ໃນ ໄລຍະຜ່ານມາ ທາງອຳນາດການປົກຄອງຂັ້ນເມືອງແຕ່ລະພາກສ່ວນ ໄດ້ມີການຊ່ວຍເຫຼືອໃນເບື້ອງຕົ້ນດັ່ງນີ້໊:

- ຫ້ອງການແຮງງານ ແລະ ສະຫວັດດີການເມືອງ ໄດ້ຊ່ວຍເຫຼືອ ສັງກະສີ 30 ແຜ່ນ, ເຄື່ອງນຸ່ງຮົ່ມ ແລະ ຂອງໃຊ້ຄົວເຮືອນອີກ ຈຳນວນໜື່ງ.

- ການຊ່ວຍເຫຼືອທີ່ໄດ້ຮັບຈາກພາກສ່ວນສັງຄົມພາຍນອກ ແລະ ອົງການຈັດຕັ້ງ ສ່ວນໃຫ່ຍໃຫ່ຍແມ່ນ ຈະເປັນເຄື່ອງນຸ່ງຮົ່ມ ແລະ ສະບຽງອາຫານ, ແຕ່ທາງການຊ່ວຍເຫຼືອທາງດ້ານທີ່ຢູ່ອາໃສທີ່ແໜ້ນຫນາຖາວອນນັ້ນທາງພາກລັດແມ່ນຍັງບໍ່ທັນໄດ້ຊ່ວຍເຫຼືອເທື່ອ ຍ້ອນວ່າຍັງຂາດງົບປະມານ.

2/ ຄອບຄົວທີ 2: ຄອບຄົວ ທ້າວ ຕອງ ( ຜົວ ) ແລະ ນາງ ເບ໊ຍ (ເມຍ) ເຊີ່ງຄອບຄົວຂອງພວກກ່ຽວໄດ້ ຈັດຢູ່ໃນຄອບຄົວທຸກ ຍາກ,ອານາຖາ,ເດັກກຳພ້າ-ກຳພອຍ,ຜູ້ອາຍຸສູງ, ພິການ ແລະ ບ້າໃບ້ເສຍຈິດ, ສົກປີ 2018 ເລກທີ: 336/ຮສສມ ໄຊເສດຖາ ວັນທີ 20/11/2018, ສໍາລັບ ທ້າວ ຕອງ ຜູ້ເປັນຜົວ ກໍເປັນຄົນພິການທາງຕາ (ຕາບອດເບື້ອງຂວາ ) ປະຈຸບັນທັງສອງຄົນມີອາຍຸແກ່ ການ ເດີນທາງໄປມາແມ່ນບໍ່ສະດວກ, ບໍ່ສາມາດທຳມາຫາກິນໄດ້ຍ້ອນວ່າພວກກ່ຽວບໍ່ມີໄຮ່ນາຮົ້ວສວນ,ບໍ່ມີລູກເບີ່ງແຍງດູແລ ຜ່ານມາອາ ໃສແຕ່ເພື່ອນບ້ານໃນເຂດດັ່ງກ່າວຊ່ວຍເຫຼຶອ, ທີຢູ່ອາໃສເຮືອນ ຊານຂອງພວກກ່ຽວກໍຜຸພັງ, ບໍ່ແໜ້ນ ໜາຖາວອນ ເຊີ່ງປະ ຈຸບັນຢູ່ໃນ ຊ່ວງໜ້າຝົນເຮັດໃຫ້ຝົນຮົ່ວ ແລະ ສາດເຂົ້າໃສ່ບ່ອນອາໃສບໍ່ສາມາດນອນໄດ້ຜ່ານການລົງເຫັນຕົວຈິງເຫັນວ່າເປັນຕາໜ້າສັງເວດ ຫຼາຍ.ຕໍ່ກັບຄອບຄົວນີ້ໃນໄລຍະຜ່ານມາ ທາງອຳນາດການປົກຄອງຂັ້ນເມືອງແຕ່ລະພາກສ່ວນ ໄດ້ມີການຊ່ວຍເຫຼືອໃນເບື້ອງຕົ້ນດັ່ງນີ້໊:

- ຫ້ອງການແຮງງານ ແລະ ສະຫວັດດີການເມືອງ ໄດ້ຊ່ວຍເຫຼືອ ສັງກະສີ 30 ແຜ່ນ, ເຄື່ອງນຸ່ງຮົ່ມ ແລະ ຂອງໃຊ້ຄົວເຮືອນອີກຈໍາ ນວນໜື່ງ.

- ການຊ່ວຍເຫຼືອທີ່ໄດ້ຮັບຈາກພາກສ່ວນສັງຄົມພາຍນອກ ແລະ ອົງການຈັດຕັ້ງ ສ່ວນໃຫ່ຍໃຫ່ຍແມ່ນ ຈະເປັນເຄື່ອງນຸ່ງຮົ່ມ ແລະ ສະບຽງອາຫານ, ແຕ່ທາງການຊ່ວຍເຫຼືອທາງດ້ານທີ່ຢູ່ອາໃສທີ່ແໜ້ນຫນາຖາວອນນັ້ນທາງພາກລັດແມ່ນຍັງບໍ່ທັນໄດ້ຊ່ວຍເຫຼືອເທື່ອ ຍ້ອນວ່າຍັງຂາດງົບປະມານ.

ອີງຕາມການຢັ້ງຢືນຈາກອຳນາດການປົກຄອງບ້ານ,ອີງຕາມໜັງສືສະເໜີຂອງ ອຳນາດການປົກຄອງເມືອງ ແລະ ຜ່ານການລົງ ສຳຫຼວດເກັບກຳຂໍ້ມູນຕົວຈິງ ຂອງ 2 ຄອບຄົວ ສາຂາຂໍຢັ້ງຢືນວ່າ ຄອບຄົວຂອງພວກກ່ຽວແມ່ນເປັນຄອບຄົວທີ່ທຸກຍາກ,ອານາຖາແທ້

Expenses

ຄ່າໃຊ້ຈ່າຍທັງຫມົດ ແມ່ນເພື່ອສ້າງສາທີ່ຢູ່ອາໃສໃຫ້ແຫນ້ນຫນາຖາວອນ ຈຳນວນທັງຫມົດ 02 ຫລັງ

13.368.500 ກີບ × 2ຫລັງ = 26.737.000 ກີບ