Description

ລະດົມທືນ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ໃນບັນດາເມືອງຕ່າງໆໃນແຂວງສະຫວັນນະເຂດ, ເຊິ່ງໃນຊ່ວງວັນທີ 12-15/10/2020 ແຂວງສະຫັວນະເຂດແມ່ນໄດ້ຮັບຜົນກະທົບຈາກພາຍຸ ຈໍານວນ 02 ຫົວທີ່ພັດຜ່ານ ( ພາຍຸ ລິນຟາ LINFA ແລະ ພາຍຸນັງກາ NANGKA ), ວັນທີ 16-18/10/2020 ແມ່ນໄດ້ຮັບຜົນກະທົບຈາກຄວາມກົດດັນອາກາດສູງຈາກປະເທດຈີນ ແລະ ຍັງໄດ້ຮັບມວນນໍ້າຈາກການປ່ອຍເຄື່ອນ ຂອງປະເທດຫວຽດນາມ, ເຊິ່ງໄດ້ເຮັດໃຫ້ແມ່ນໍ້າຫລາຍສາຍ ທີ່ເປັນສາຂາຂອງແມ່ນໍ້າຂອງ ມີລະດັບສູງຂື້ນ ຖ້ວມບ້ານເຮືອນ ແລະ ໄຮ່ນາ ຂອງປະຊາຊົນ ,ເຊິ່ງຕາມການລາຍງານຄວາມເສຍຫາຍ ຂອງພະແນກແຮງງານ-ສະຫວັດດີການສັງຄົມ ຮອດວັນທີ 16/10/2020 ໄດ້ຮັບຜົນກະທົບທັງຫມົດ 08 ເມືອງ, ມີ 151 ບ້ານ, ມີ 16.887 ຄອບຄົວ,ເນື້ອທີ່ນາທີ່ຖືກຜົນກະທົບ 189.067 ເຮັກຕາ ແລະ ເນື່ອທີ່ປູກໄມ້ອຸດສາຫະກຳ ແລະ ສັດລ້ຽງຈຳນວນຫລວງຫລາຍ.

Expenses

ຊື້ເຄື່ອງອຸປະໂພກ, ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈຳເປັນ