Description

ຂໍຄວາມຊ່ວຍເຫລືອນຳຜູ້ໃຈບຸນອ້າຍເອື້ອຍນ້ອງຫມູ່ເພື່ອນທັງຫຼາຍ ຂ້າພະເຈົ້າຊື່ ທ້າວ ໄຄສີ ລາດຊະວົງ ຕຳແໜ່ງ ຫົວໜ້າພະແນກຟູ້ນຟູຊີບເດັກໂຮງໝໍມະໂຫສົດເຊິ່ງໃນນາມຕາງໜ້າເຈົ້າຂອງໂຄງການ ແລະ ພ້ອມກັນນັ້ນກໍ່ໄດ້ປິ່່ນປົວນ້ອງຊາຍຂອງນ້ອງແປ້ງ ແລະ ນ້ອງແປ້ງ ອາຍຸ 5 ປີ ຢູ່ໂຮງຫມໍມະໂຫສົດ. ນ້ອງທັງສອງຖືກສົ່ງຕົວມາຈາກໂຮງໝໍແຂວງສາລະວັນເພື່ອມາປິ່ນປົວຢູ່ໂຮງໝໍມະໂຫສົດໃນໄລຍະເວລາ 1 ເດືອນທີ່ຜ່ານມາເນື່ອງຈາກໄຟໃໝ້ເຮືອນທີ່ຢູ່ສາລະວັນ.ຕາມການສອບຖາມຂໍ້ມູນເບື້ອງຕົ້ນຈາກທາງໂຮງໝໍແຂວງສາລະວັນເພິ່ນໄດ້ໃຫ້ຂໍ້ມູນວ່າ: ນ້ອງແປ້ງ ແລະ ນ້ອງຊາຍ ໄດ້ຢູ່ເຮືອນນຳແມ່ຕູ້ຕາມລຳພັງເຊິ່ງພໍ່ ແລະ ແມ່ຂອງນ້ອງທັງສອງໄດ້ອອກໄປເຮັດວຽກຫາເງິນເພື່ອລ້ຽງຊີບ, ເຊິ່ງໃນມື້ທີ່ເກີດເຫດແມ່ຕູ້ໄດ້ແຕ່ງກິນໃຫ້ຫຼານກິນ.ແຕ່ຍ້ອນຂາດສະຕິຈິ່ງພາໃຫ້ເກີດອຸບັດຕິເຫດໄຟໃໝ້ເຮຶອນ.ແມ່ຕູ້ທີ່ເຖົ້າແກ້ແລ້ວໄດ້ອູ້ມນ້ອງຊາຍນ້ອຍຂອງລາວເພື່ອໜີຈາກເຫດການໄຟໃໝ້ ແລະ ນ້ອງແປ້ງກໍ່ໄດ້ແລ່ນໜີຈາກເຫດການໄຟໃໝ້ດັ່ງກ່າວເພື່ອເອົາຊີວິດລອດແຕ່ດ້ວຍຄວາມທີ່ຍັງນ້ອຍ, ແມ່ຕູ້ກໍ່ເຖົ້າແລ້ວຈິ່ງແລ່ນຊ້າເຮັດໃຫ້ໄຟລຸກໃໝ້ຕາມລຳຕົວຂອງນ້ອງແປ້ງ ແລະ ນ້ອງຊາຍຂອງລາວ.ຕາມລຳຕົວຂອງນ້ອງແປ້ງ ແລະນ້ອງຊາຍມີບາດແຜໄຟໃໝ້, ປະຈຸບັນອາການຂອງນ້ອງຊາຍນ້ອງແປ້ງມີອາການດີຂື້ນຫຼາຍ, ແຕ່ບາດແຜຂອງນ້ອງແປ້ງຈະເລິກກ່ອນ ແລະ ປະຈຸບັນມີອາການແຜຕິດເຊື້ອຮຸນແຮງ ແລະ ຂາດສານເນື່ອງຈາກກິນອາຫານທາງປາກບໍໄດ້, ຕົນໂຕຊີດເຫລືອງ, ຕ້ອງໄດ້ໃຊ້ເງິນເພື່ອຊື້ສານອາຫານສີດເຂົ້າທາງເສັ້ນເລືອດ, ແລະ ໃຊ້ຢາຕ້ານເຊື້ອທີ່ຮຸນແຮງເພື່ອຢຽວຢາບາດແຜໃຫ້ແຫ້ງໃວ, ຕ້ານອາການແຊກຊ້ອນທີ່ຈະຕາມມາ ແລະ ຕ້ອງໄດ້ປູກຜິວໜັງຄືນຕົວທີ່ຖືກໄຟໃໝ້,ເຊິ່ງປະຈຸບັນທ່ານໝໍຕ້ອງໄດ້ປູກເນື້ອເຍື່ອ ແລະ ຜິວໜັງຄືນໃໝ່ເພື່ອທົດແທນຕົວທີ່ຖືກໄຟໃໝ້ໄປ ທາງດຽວທີຈະຊ່ວຍໄດ້ຄືຕ້ອງໃຊ້ຢາຕ້ານເຊື້ອຮຸນແຮງເຊິ່ງຄ່າໃຊ້ຈ່າຍກໍ່ສູງປັດໄຈທາງຄອບຄົວບໍ່ພຽງພໍ ຢາກຂໍໃຫ້ຜູ້ໃຈບຸນທີ່ໄດ້ອ່ານຊ່ວຍລະດົມທືນບໍລິຈາກປັດໃຈເລັກນ້ອຍເປັນນໍ້າໃຈຊ່ວຍເຫຼືອເດັກນ້ອຍແດ່ທ້ອນ🙏🙏🙏 ເພາະປະຈຸບັນເດັກນ້ອຍທໍລະມານຈາກແຜໄຟໃໝ້ດັ່ງກ່າວມາເປັນເວລາດົນນານແລ້ວ

Expenses

ບໍ່ກຳນົດວົງເງິນບໍລິຈາກ