Description

ໂຄງການ ລະດົມທຶນຊ່ວຍເຫຼືອປຸກສ້າງຫໍພັກນັກຮຽນ ແລະ ສະໂມສອນ ໂຮງຮຽນມັດທະຍົມສົມບູນໂພໄຊ ບ້ານສອກ ເມືອງສາມັກຄີໄຊ ແຂວງອັດຕະປື, ໂຮງຮຽນຫຼັງດັ່ງກ່າວຫ່າງໄກຈາກເທດສະບານແຂວງປະມານ 31 ກມ ໂດຍຈຸດປະສົງໃນການເປີດແມ່ນເພື່ອ ເພື່ອສົມທົບເຂົ້າໃນການປັບປຸງສ້ອມແປງ ຫໍພັກນັກຮຽນ ແລະ ສະໂມສອນຂອງໂຮງຮຽນມັດທະຍົມສົມບູນ ໂພນໄຊ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ຈໍານວນ 01 ຫຼັງ (03 ຫ້ອງ) ລວມມູນຄ່າກໍ່ສ້າງທັງໝົດ 90.074.750 ກີບ. ຈາກເດີມອາຄານຫຼັງດັ່ງກ່າວແມ່ນເປັນແຄັມຈີນທີ່ມາເຮັດທາງ ພາຍຫຼັງເຮັດແລ້ວໄດ້ແລ້ວຖືກສົ່ງມອບຕໍ່ໃຫ້ເປັນຫໍພັກຂອງໂຮງຮຽນ ເພື່ອໃຫ້ຄູອາຈານ ແລະ ນັກຮຽນທີ່ມາຈາກບ່ອນຫ່າງໄກໄດ້ພັກເຊົາ ເຊິ່ງສະພາບໂດຍລວມແມ່ນຍັງແຕ່ ຝາ ແລະ ພື້ນ ທີ່ຍັງນໍາໃຊ້ໄດ້, ເນື່ອງຈາກສະພາບຂອງອາຄານໄດ້ເປ່ເພພໍສົມຄວນຈຶ່ງໄດ້ຢຸດໃຊ້ງານມາ 2 ປີກວ່າແລ້ວ, ສ່ວນຄູອາຈານ ແລະ ນັກຮຽນທີ່ເຄີຍພັກເຊົາຢູ່ທີ່ນັ້ນ ບາງຄົນກໍໄດ້ໄປອາໄສຢູ່ນໍາເຮືືອນພີ່ນ້ອງປະຊາຊົນທີ່ຢູ່ໄກ້ຄຽງ ບາງກຸ່ມກໍໄດ້ທຽວ ໄປ-ກັບ ເຊິ່ງເປັນໄລຍະທາງທີ່ໄກພໍສົມຄວນ

Expenses

ຄ່າໃຊ້ຈ່າຍ: ວຽກໂຄງຫຼັງຄາ 34,904,000

ວຽກຕິດຕັ້ງ 8,600,000

ວຽກສີ 3,745,000

ວຽກເຟີນີເຈີ້ 12,000,000

ຄ່າຂົນສົ່ງ 2,500,000

ວຽກທຸບມ້າງ ແລະ ອະນາໄມ 12,980,000

ຄ່າແຮງວຽກໂຄງຫຼັງຄາ 9,290,750

ຄ່າແຮງວຽກຕິດຕັ້ງ 3,275,000

ຄ່າແຮງວຽກສີ 2,780,000

ລວມ: 90,074,750 ກີບ