Description

ເນື່ອງຈາກໄດ້ຮັບຜົນກະທົບຈາກອິດທິພົນຂອງພະຍຸ ເຊິນຕີນ (SON-TIN) ໄດ້ເຮັດໃຫ້ມີຝົນຕົກໜັກແກ່ຍາວໃນບໍລິເວນກວ້າງ, ເຮັດໃຫ້ລະດັບນໍ້າເຊຕ່າງໆຍື່ງຂຶ້ນຢ່າງວ່ອງໄວເກີນເຂດລະວັງໄພ ແລະ ເຂດອັນຕະລາຍເຊັ່ນ: ໃນວັນທີ 30/07/2018 ເຊບັ້ງໄຟຈຸດບ້ານຕົ້ນແຫນ ແທກໄດ້ 15,22 ແມັດ (ເຂດລະວັງໄພ 13,5 ແມັດ ແລະ ເຂດອັນຕະ ລາຍ 14,50 ແມັດ), ເຊບັ້ງຫຽງ ຈຸດບ້ານລະຫານໍ້າ ແທກໄດ້ 16,10 ແມັດ (ເຂດລະວັງໄພ 14,50 ແມັດ ແລະ ເຂດອັນຕະລາຍ 15,00 ແມັດ), ເຊຈໍາພອນ ຈຸດບ້ານແກ້ງກອກ ແທກໄດ້ 8,30 ແມັດ (ເຂດລະວັງໄພ 7,50 ແມັດ ແລະ ເຂດອັນຕະລາຍ 8,00 ແມັດ), ພ້ອມນີ້ກໍ່ຍັງມີລະດັບນໍ້າເຊກອກ, ເຊນ້ອຍ ແລະ ເຊບາຍ ເຂດເມືອງວິລະບູລີ ເພີ່ມສູງຂຶ້ນກວ່າໃນປີທີ່ຜ່ານມາ ບາງເຂດຖ້ວມ 10 ວັນ. ສ່ວນລະດັບນໍ້າຂອງ ຢູ່ສະຫວັນນະເຂດກໍ່ສູງເຖິງ 11,82 ແມັດ (ເຂດລະວັງໄພ 12,00 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ). ຈາກສະພາບການດັ່ງກ່າວຈຶ່ງເຮັດໃຫ້ເກີດມີສະພາບນໍ້າຖ້ວມ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ກັບເນື້ອທີ່ທຳການຜະລິດ, ເຮືອນຊານປະຊາຊົນ, ສັດລ້ຽງ ແລະ ໄຮ່ນາຮົ້ວສວນຂອງປະຊາຊົນຢູ່ຫຼາຍເມືອງໄດ້ຮັບຜົນກະທົບ 100%.

ຈາກຂໍ້ມູນຄະນະກຳມະການລະດົມທຶນເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ເຫັນວ່າໃນທົ່ວແຂວງມີເນື້ອທີ່ນາປີຖືກເສຍຫາຍທັງໝົດ 33.081 ເຮັກຕາ ເທົ່າກັບ 16,85 % ຂອງເນື້ອທີ່ປັກດໍາ ເຊິ່ງນອນຢູ່ໃນ 12 ເມືອງ ໃນຈໍນວນ 335 ບ້ານ ເຊິ່ງມີປະຊາຊົນທັງໝົດ 23.151 ຄອບຄົວ. ຈໍານວນສັດລ້ຽງທີ່ຖືກຜົນກະທົບມີ: ງົວ 89.365 ໂຕ(ຕາຍ22 ໂຕ), ຄວາຍ 41.990 ໂຕ, ໜອງປາ 208 ໜອງ ມີປາພໍ່ພັນແມ່ພັນ ແລະ ປາລຸ້ນເສຍຫາຍທັງໝົດປະມານ 700.000 ໂຕ, ຊົນລະປະທານ 39 ແຫ່ງ ແລະ ເຮືອນຢູ່ອາໄສຂອງປະຊາຊົນຖືກຖ້ວມ ຈໍານວນ 86 ບ້ານ, ມີຈໍານວນ 4.275 ຄອບຄົວ ກວມເອົາປະຊາຊົນຈໍານວນ 20.983 ຄົນ.

Expenses

ປັດຈຸບັນມີຄວາມຕ້ອງການດ່ວນຄື:

  1. ຊື້ແນວພັນພືດ (178,000,000 ກີບ)
  2. ຊື້ຢາປົວພະຍາດ (74,385,000 ກີບ)
  3. ຢາວັກຊີນປ້ອງກັນພະຍາດສັດ ແລະ ເຄື່ອງຂອງທີ່ຈຳເປັນ (47,000,000 ກີບ)

ລວມເປັນເງິນ: 299,385,000 ກີບ