Description

ວິສາຫະກິດ​ສ່ວນບຸກຄົນ​ ອີເອັຟຈີລາວ (EFG Laos) ຮ່ວມກັບ ສະຫະພັນແລ່ນ-ລານແຫ່ງຊາດ, ພາຍໃຕ້ການຊີ້ນຳ ຂອງກະຊວງສຶກສາທິການ ແລະ ກິລາ ຈະໄດ້ຈັດການແຂ່ງຂັນ ແລ່ນວຽງຈັນ ຮາຟມາລຣາທອນ ນາໆຊາດຂື້ນ ໃນວັນທີ 8 ມີນາ 2026 ເພື່ອສົ່ງເສີມໃຫ້ຄົນລາວເຮົາມີສູຂະພາບດີ, ສົ່ງເສີມການທ່ອງທ່ຽວ ແລະ ເພື່ອລະດົມທືນ ຊື້ເຄື່ອງກະຕຸ້ນຫົວໃຈ ໄຟຟ້າແບບ ອັດຕະໂນມັດ Automated External Defibrillator (AED) ເພື່ອປະກອບໃສ່ລົດກູ້ໄພ 1623 ຕັ້ງເປົ້າໝາຍໄວ້ທີ່ 3 ອັນ ເຊິ່ງມີມູນຄ່າລວມ 165,000,000 ກີບ ເຊິ່ງທຸກການລົງທະບຽນເຂົ້າຮ່ວມແລ່ນ 10,000 ກີບຈະລວບລວມໄວ້ຊື້ ເຄື່ອງ AED ດັ່ງກ່າວ ແລະ ພວກເຮົາຂໍເຊີນຊວນທຸກຄົນຮ່ວມບໍລິຈາກນຳກັນເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້

ໄລຍະເວລາໂຄງການ

ໂຄງການແມ່ນຈະເລີ່ມຕັ້ງແຕ່ ມື້ອະນູມັດຈົນເຖິງວັນທີ 8 ມີນາ 2026 ເວລາ 24:00

ລາຍລະອຽດບັນຊີ:

           ຊື່ບັນຊີ: Foundation for assisting poor people of Lao PDR Rescue

           ເລກບັນຊີ: 092-12-00-01026649-001

Expenses

ເຄື່ອງ AED ຈຳນວນ 3 ເຄື່ອງ

ມູນຄ່າ 55,000,000 ລ້ານກີບຕໍ່ເຄື່ອງ

ລວມ 3 ເຄື່ອງເປັນມູນຄ່າ 165,000,000​ ລ້ານກີບ