ມອບຮັບແລ້ວ
ລາຍລະອຽດໂຄງການ

ເນື້ອໃນ: “ແລ່ນດ້ວຍໃຈມອບໃຫ້ເພື່ອນ” ແມ່ນທີມທີ່ມີຄວາມກະຕື້ລືລົ້ນ ແລະ ເປັນຫ່ວງເປັນໃຍຊ່ວຍເຫຼືອ ຈາກຊຸມຊົນຄົນທ້ອງຖິ່ນຂອງຫຼວງພະບາງ ທີ່ຢາກຈະສະໜັບສະໜູນ ຊ່ວຍເຫຼືອເດັກນ້ອຍ ໃນຂົງເຂດຂອງ ແຂວງຫຼວງພະບາງ ແລະ ຊຸມຊົນທ້ອງຖິ່ນ ເພື່ອໃຫ້ສາມາດເຂົ້າເຖິງ ການດູແລ ປິ່ນປົວຮັກສາທາງການແພດ ທີ່ມີຄຸນນະພາບ. “ແລ່ນດ້ວຍໃຈມອບໃຫ້ເພື່ອນ” ຕ້ອງການທີ່ຈະຊ່ວຍເຫຼືອ ການເຮັດວຽກຂອງ ໂຮງໝໍເພື່ອນລາວສຳຫຼັບເດັກນ້ອຍ ແລະ ພວກເຮົາຂໍເຊີນຊວນທຸກທ່ານເຂົ້າຮ່ວມບໍລິຈາກກັບທີມພວກເຮົາ ເພື່ອຊ່ວຍເຫຼືອຊີວິດຂອງເດັກນ້ອຍໃນພາກເໜືອຂອງລາວ

Description "Run with Heart" is a team of enthusiastic and caring people from Luang Prabang community who would like to support the children of their province and community to continue having access to quality medical care. ‘Run with Heart’ wants to support the Lao Friends Hospital for Children’s work and we invite you to join the team and donate to help the children of northern Laos!

ໂຮງໝໍເພື່ອນລາວສຳຫຼັບເດັກນ້ອຍ (LFHC), ແມ່ນໂຮງໝໍເດັກນ້ອຍແຫ່ງດຽວທີ່ໃຫ້ບໍລິການຊ່ວຍເຫຼືອລ້າ, ທີ່ດູແລ ປິ່ນປົວຮັກສາ ທາງການແພດທີ່ມີຄຸນນະພາບສູງ ແລະ ເອົາໃຈໃສ່ເບິ່ງແຍງທີ່ດີໃຫ້ກັບເດັກນ້ອຍ. ນັບແຕ່ມື້ເລີ້ມເປີດຮັບໃຊ້ບໍລິການ ໃນປີ 2015 LFHC ໄດ້ຮັບການປິ່ນປົວ ຜູ້ປ່ວຍເດັກນ້ອຍຫຼາຍກວ່າ 40,000 ຄົນ.

LFHC ໄດ້ຮ່ວມມືກັບ ລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນ ເພື່ອສ້າງຜົນທີ່ກະທົບທາງບວກ ທີ່ມີຄວາມຍືນຍົງຕໍ່ສຸຂະພາບຂອງປະເທດ. ນອກຈາກນີ້ LFHC ແມ່ນໂຮງໝໍທີ່ເປັນບ່ອນໃຫ້ການສິດສອນ ທາງດ້ານການແພດຢ່າງຕໍ່ເນື່ອງໃຫ້ກັບ ບັນດາພະນັກງານແພດ-ໝໍຂອງພວກເຮົາ ແລະ ພະນັກງານແພດ-ໝໍຂອງເມືອງຕ່າງໆ. ເປົ້າໝາຍຂອງພວກເຮົາແມ່ນ ເພື່ອປັບປຸງຄຸນະພາບຂອງສຸຂະພາບ ໂດຍລວມແມ່ນທາງພາກເໜືອຂອງລາວ ຄຣີນິກ ປິ່ນປົວຮັກສາ ແລະ ການສຶກສາທາງການແພດ. LFHC ແມ່ນອົງການ ທີ່ໄດ້ຮັບທືນຈາກເອກະຊົນ ແລະ ບໍ່ສາມາດຈະຄົງຢູ່ ແລະ ສືບຕໍ່ໃຫ້ບໍລິການໄດ້ໂດຍປາສະຈາກ ຜູ້ອຸປະຖຳ ສະໜັບສະໜູນເຊັ່ນພວກທ່ານ!

Lao Friends Hospital for Children (LFHC), as the only free pediatric hospital, provides high quality, and compassionate health care for children. Since opening in 2015 LFHC has treated over 40,000 children.

LFHC works with the Lao government and local communities to create a sustainable, positive impact on the health of the country. Furthermore, LFHC is a teaching hospital where we provide continuous medical education for our staff and district hospital doctors and nurses. Our goal is to improve the overall health of northern Laos through clinical treatments and medical education. LFHC is a privately funded project and cannot exist and continue serving without supporters like you!

ຄ່າໃຊ້ຈ່າຍພາຍໃນໂຄງການ

ຈຸດປະສົງ: ຂອງການເຮັດລະດົມທຶນຄັ້ງນີ້ ແມ່ນເພື່ອສະໜັບສະໜູນກິດຈະກຳຂອງໂຮງໝໍເພື່ອນລາວສຳຫຼັບເດັກນ້ອຍ ແລະ ຫາເງິນເພື່ອຊື້ວັດຖູສີ້ນເປືອງທີ່ຈຳເປັນຕ່າງໆ ໃນການປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ (ຟຣີ) ດັ່ງນັ້ນ,ເງິນບໍລິຈາກທັງໝົດຈະນຳໄປຮັບໃຊ້ເພື່ອເປັນຄ່າໃຊ້ຈ່າຍຕາມລາຍການຕໍ່ໄປນີ້:

  • ຢາປົວພະຍາດ

  • ວັດຖູສີ້ນເປືອງທາງການແພດ (ສະແຫລ່ງ, ຖົງມື, ໜ້າກາກອະນາໄມ...)

  • ສະໜັບສະໜູນດ້ານອາຫານສຳຫຼັບຄອບຄົວທີ່ທຸກຍາກ ລວມເຖິງການຂົນສົ່ງເມື່ອຈຳເປັນ

    This fundraising is intended to support our hospital activity and raise money to purchase consumables needed to provide free healthcare to the children. The money donated will go toward the following type of items:

  • Medicines

  • Medical consumables (syringes, gloves, masks...)

  • Food support for the poor families as well as transportation when needed