ມອບຮັບແລ້ວ
ລາຍລະອຽດໂຄງການ

ແລ່ນເພື່ອນ້ອງ RUN FOR SCHOOL

ຄືງານແລ່ນເພື່ອການກຸສົນ ຖືກຈັດຂື້ນໂດຍພະແນກສຶກສາທີການ - ກິລາ

ສົມທົບນັກກິລາແລ່ນໄລຍະໄກ ທີມຊາດລາວ ແລະ ດາລາ, ສີລະປິນ ເນັດໄອດໍ ລາວ.

ເຊິ່ງຈະຈັດຂື້ນໃນວັນອາທິດ ທີ່ 28 ກໍລະກົດ 2019 ເລີ່ມແຕ່ເວລາ 5:00 (ເຊົ້າ)

ນຳເງິນລາຍໄດ້ທັງໝົດເງິນທັງໝົດ ປະກອບສ່ວນປຸກສ້າງຫ້ອງຮຽນ, ຫ້ອງສະໝຸດ,

ຫ້ອງນໍ້າ ພ້ອມລະບົບນໍ້າສະອາດ ສຳລັບນ້ອງໆທີ່ຢູ່ຫ່າງໄກສອກຫຼີກ.

ປະເພດງານແລ່ນ ມີປະເພດດຽວຄື : ຍ່າງ-ແລ່ນເພື່ອສຸຂະພາບ ໄລຍະທາງ 7ກິໂລແມັດ

ບໍ່ມີເງິນລາງວັນໃຫ້ , ມີສະເພາະຫຼຽນລາງວັນສຳລັບ 300 ຄົນທໍາອິດເທົ່ານັ້ນ.

· ສະຖານທີ່ຈັດງານແລ່ນ ແມ່ນບໍລິເວນເສົາທຸງ-ຜາມໄຊ ສວນສາທາລະນະເຈົ້າອານຸວົງ

· ຄາດຄະເນຈໍານວນຄົນເຂົ້າຮ່ວມງານ 300-500 ຄົນ

ຄ່າສະໝັກ 100.000ກີບ/ຄົນ

ໄດ້ຮັບເສື້ອ ແລ່ນເພື່ອນ້ອງ ເປັນທີ່ລະນຶກ

ຄ່າໃຊ້ຈ່າຍພາຍໃນໂຄງການ

ປຸກສ້າງຫ້ອງຮຽນ ແລະ ຫ້ອງສະໝຸດ

ເພື່ອນ້ອງໆທີ່ຢູ່ຫ່າງໄກສອກຫຼີກ

ໂຮງຮຽນທີ່ມີຈຳນວນນັກຮຽນຫຼວງຫຼາຍ ແຕ່ຫ້ອງຮຽນຍັງບໍ່ພຽງພໍ

, ຢາກໃຫ້ມີຫ້ອງສະໝຸດສົ່ງເສີມການອ່ານ

ພ້ອມເຟີນິເຈີຄົບຊຸດ ໂຕະ,ຕັ່ງ ກະດານ, ຕູ້ໃສ່ປື້ມ, ຖ້ານປື້ມ

ອຸປະກອນສຳລັບຫ້ອງສະໝຸດຄົບຖ້ວນ.

ຫ້ອງສະໝຸດຍັງສາມາດເປັນຫ້ອງທົດລອງ, ຫ້ອງຮຽນຮູ້ທັກສະອື່ນໆໄດ້ອີກ

ຂະໜາດ 14ແມັດ x 8ແມັດ (ຫ້ອງຮຽນ,ຫ້ອງສະໝຸດ ຕິດກັນ)

ມູນຄ່າ 180.000.000ກີບ

ປຸກສ້າງຫ້ອງນໍ້າ

ສຳລັບໂຮງຮຽນທີ່ບໍ່ມີຫ້ອງນໍ້າໃຊ້

ມີຫຼາຍໆໂຮງຮຽນ ນ້ອງໆນັກຮຽນ ຄູອາຈານ ຍັງອາໄສປ່າເປັນຫ້ອງນໍ້າ

ຮູ້ສຶກເປັນຫ່ວງເລື່ອງຄວາມສະອາດ, ສຸຂະພາບ ຢາກໃຫ້ຖືກສຸຂາອະນາໄມ.

ສ້າງຫ້ອງນໍ້າ ຢ່າງຕໍ່າ 2ຫ້ອງ ພ້ອມສຸຂະພັນຄົບຊຸດ,

ລະບົບນໍ້າສະອາດ , ເຈາະນໍ້າບາດານ

ຂະໜາດ 6ແມັດ x 3,5 ແມັດ (ຫ້ອງນໍ້າ 2ຫ້ອງ ແຍກຍິງ-ຊາຍ)

ມູນຄ່າ : 95.000.000ກີບ

ມອບອຸປະກອນການຮຽນ, ປື້ມນິທານ ເຄື່ອງໃຊ້ຈຳເປັນ

ໃຫ້ແກ່ໂຮງຮຽນທີ່ຍັງຂາດເຂີນ ທົ່ວປະເທດລາວ

ຍັງມີອີກຫຼາຍໆໂຮງຮຽນທີ່ຍັງຕ້ອງການອຸປະກອນການຮຽນ,

ປື້ມແບບຮຽນ, ປື້ມນິທານ ແລະ ຄູ່ມືຕ່າງໆເປັນຈຳນວນຫຼາຍ

ພວກເຮົາຢາກແຈກຢາຍຕັ້ງແຕ່ພາກເໜືອ, ພາກກາງ ຈົນຮອດໃຕ້ສຸດຂອງປະເທດລາວ