ມອບຮັບແລ້ວ
ລາຍລະອຽດໂຄງການ

ໂຄງການລິເລີ່ມຈາກການຮ້ອງຮຽນເຂົ້າມາຂອງທາງໂຮງຮຽນປະຖົມສົມບູນເມືອງວັງວຽງແລະໂຮງຮຽນປະຖົມບ້ານນໍ້າພາວ ດັ່ງນັ້ນທີມງານ ມູນນິທິຮ່ວມກັບພາກສ່ວນກ່ຽວຂອ້ງໄດ້ລົງໄປສຳຫລວດແລະໄດ້ເພ້ງເລັງເຫັນເຖິງຄວາມຂາດເຂີນຂອງໂຮງຮຽນ ອາທິເຊັ່ນ ສັງກະສີມຸງຫລັງຄາ ເກົ່າ ແລະ ໂຕະຕັ່ງ ເປ່ເພ ເປັນຈຳນວນຫລວງຫລາຍ,ໂຮງຮຽນຍັງໃຊ້ໄມ້ ກະແຕະສ້າງ ,ດັ່ງນັ່ນທີມງານຈື່ງປຶກສາກັບທາງເມືອງແລະຫ້ອງການສຶກສາເມືອງພໍ່ແມ່ນັກຮຽນ ພ້ອມ ທັງ ແນວໂຮມບ້ານ ເພື່ອຫາຊ່ອງທາງລະດົມທຶນໃນການກໍ່ສ້າງໂຮງຮຽນໃຫ້ກັບນ້ອງໆ ແລະ ປົວແປງ ຮັບຫນ້າຫນາວທີ່ຍັບມໍ່ເຂົ້າມານີ້

ຄ່າໃຊ້ຈ່າຍພາຍໃນໂຄງການ

 

ສະເພາະໂຮງຮຽນປະຖົມເມືອງວັງວຽງປະຈຸບັນ ມູນນີທິໄດ້ໃຊ້ງົບຂອງມູນນິທິໃນການຈັດຊື້ ແຜ່ນອາລູຊິ້ງເພື່ອງມຸງຫລັງຄາ ແລ້ວ ຈຳນວນ 833 ແມັດ ແມັດລະ 30,000ກີບ ເປັນຈຳນວນເງິນ 25,000,000ກີບ ຍັງຂາດ ອີກ 457 ແມັດ ຕົກເປັນເງິນ 13,710,000 ກີບ

ແລະ ນ໋ອດ 1,308,600 ກີບ

ສະໂລ໋ບ ອີກ 1,544,400 ກີບ

ສີທາໂຮງຮຽນ ແລະ ອຸປະກອນໃນການຊ້ອມແປງ ໂຕະຕັ່ງ ລວມມູນຄ່າ 20,000,000 ກີບ

ສ່ວນໂຮງຮຽນປະຖົມບ້ານນໍ່າພາວແມ່ນຍັງຂາດງົບປະມານໃນການກໍ່ສ້າງ ເຊິ່ງຈະກໍ່ສ້າງ ເປັນຫ້ອງສີມັງມຸງອາລຸຊິ້ງແທນໄມ້ກະແຕະແລະໃສ່ເຟີ່ນີເຈີ້ໃຫ້ ນ້ອງໆຄົບຊຸດ

ການເຄື່ອນໄຫວ

ລົງສຳຫລວດວັນທີ 18/07/2018

24/11/2018

ທີມງານໄດ້ລົງສຳຫລວດພື້ນທີ່ ເຂດເມືອງວັງວຽງແລະບ້ານນໍ້າພາວ ຕາມການລາຍງານຮ້ອງທຸກຂອງໂຮງຮຽນ ໃນວັນທີ 18/07/2018 ທີ ແຂວງວຽງຈັນ

ໂຮງຮຽນຫລັງໃໝ່ຕ້ານໄພຫນາວໃຫ້ກັບນ້ອງ

24/11/2018

ພາຍຫລັງທີ່ລົງສຳຫລວດທີມງານໄດ້ ໂອລົມແລະປຶກສາຫາລື ກ່ຽວກັບໂຄງການ ພັດທະນາການສຶກສາ ແລະ ບູລະນະ ກໍ່ສ້າງ ຈຸດເສຍຫາຍ ເພື່ອ ສ້າງໂຄງການ ແລະ ລະດົມທືນໃນການຊ່ວຍເຫລືອ