ມອບຮັບແລ້ວ
ລາຍລະອຽດໂຄງການ

ນາງ ທິດາລັດ ວົງສິລິ (ລູກນ້ຳ) - ເຈົ້າຂອງໂຄງການ

ຂ້າພະເຈົ້າ ນາງທິດາລັດ ວົງສິລິ ແລະ ໝູ່ເພື່ອນທຸກຄົນ ໄດ້ຮ່ວມໃຈກັນ ຕິດຕໍ່ທາງໂຮງຫມໍ ເພື່ອຢາກຊ່ວຍເຫລືອສັງຄົມໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ກຳລັງຂອງພວກເຮົາຈະຊ່ວຍໄດ້ ທາງໂຮງຫມໍນັ້ນຂາດເຂີນຫລາຍຢ່າງເຊັ່ນ: ອຸປະກອນຜ່າຕັດ, ລໍ້ຢູ້ຄົນເຈັບ, ເຄື່ອງແທກຕັ່ງໂຊ່ງ, ພັດລົມ, ຕັ່ງນັ່ງລໍຖ້າເຂົ້າຫ້ອງຜ່າຕັດ, ຊຸດໃສ່ເຂົ້າຜ່າຕັດ ແລະ ອຸປະກອນທີ່ຈຳເປັນຕ່າງໆໃນການຮັກສາຄົນໄຂ້ ແລະ ການເດີນທາງມາປິ່ນປົວຢູ່ເມືອງໃຫຍ່ນັ້ນກໍ່ບໍ່ສະດວກ. ການເດີນທາງໂດຍລົດສ່ວນໂຕຕ້ອງໃຊ້ເວລາ 3 ຊົ່ວໂມງເປັນຢ່າງຕໍ່າ. ສະນັ້ນ, ຈິ່ງຢາກເຊີນຊວນ ພໍ່ແມ່ ອ້າຍເອື້ອຍ ຫມູ່ຄູ່ ທຸກຄົນຊ່ວຍເປັນແຮງໃນການຊ່ວຍເຫລືອໃນຄັ້ງນີ້ນຳຂ້າພະເຈົ້າດ້ວຍ ນ້ຳໃຈເລັກໆນ້ອຍໆຈາກທຸກໆທ່ານ ນັ້ນມີຄ່າມະຫາສານສຳຫລັບປະຊາຊົນຊາວ ໄຊສົມບູນ. ຂອບໃຈທຸກໆຄົນ ທຸກໆພາກສ່ວນທີ່ຊ່ວຍເຫລືອໃຫ້ໂຄງການນີ້ສຳເລັດ ໂຄງການນີ້ຈະສຳເລັດບໍ່ໄດ້ຖ້າປາສະຈາກການຊ່ວຍເຫຼືອຂອງທຸກທ່ານ.

ຄ່າໃຊ້ຈ່າຍພາຍໃນໂຄງການ

ລາຄາໂດຍປະມານ
1.ຕູ້ອົບເດັກນ້ອຍເກີດໃຫມ່ ຈຳນວນ 1 ຕູ້ 146.000.000ກີບ
2. ຊິງຊັ່ງເດັກນ້ອຍເກີດໃຫມ່ ຈຳນວນ 1 ອັນ 600.000ກີບ
3. ໝໍ້ອົບເຄື່ອງມືຜ່າຕັດນ້ອຍ ຈຳນວນ 1 ອັນ 4,600.000ກີບ
4. ເຄື່ອງຈັກຮົມຢາເດັກນ້ອຍ ຈຳນວນ 1ອັນ 670.000ກີບ
5. ອົກຊີແມັດເຕີ້ ຈຳນວນ 1 ອັນ 8.000.000
6. ບາຫລອດ ຈຳນວນ 2 ອັນ 50.000X2=100.000
7. ເຄື່ອງກວດຕັ່ງໂຊ່ງ ຈຳນວນ 1 ອັນ 500.000
8. ລໍ້ນັ່ງຄົນເຈັບ ຈຳນວນ 2ອັນ 1.000.000X2=2.000.000
9. ຕຽງນອນຄົນເຈັບ+ໝອນ+ເສື່ອ+ຜ້າປູ+ເສົານ້ຳເກືອ ຈຳນວນ 10 ຊຸດ: 4,300,000X10=43,000,000ກີບ
10. ດອກໄຟຫ້ອງປະສູດ ຈຳນວນ 1 ອັນ 4,200,000 ກີບ
11. ຕູ້ໃສ່ຂອງກິນຄົນເຈັບ ຈຳນວນ 1 ອັນ 1.000.000ກີບ
12. ຕູ້ເຢັນຄົນເຈັບ ຈຳນວນ 1 ອັນ 2.000.000 ກີບ
13. ຫມໍ້ນ້ຳຮ້ອນຄົນເຈັບ ຈຳນວນ 2 ອັນ 220.000X2=440.000 ກີບ
14. ພັດລົມຕິດເພດານຫ້ອງຄົນເຈັບ ຈຳນວນ 3 ອັນ 265.000X3=795.000 ກີບ
15. ຕັ່ງນັ່ງລໍຖ້າຂອງຄົນເຈັບ ຈຳນວນ 2 ອັນ 530.000X2=1,060,000 ກີບ
16. ເສື້ອບູລູໃຫ້ແພດ ຈຳນວນ 20 ຊຸດ 265.000X20=5.300.000 ກີບ
17. ຜ້າຊັ່ງປົກຄົນເຈັບຢູ່ຫ້ອງປາດ ຈຳນວນ 3 ຜືນ 250.000X3=750.000 ກີບ
18. ຊຸດນຸ່ງເຂົ້າຫ້ອງຜ່າຕັດ ຈຳນວນ 10 ຊຸດ 93.000X10=930.000 ກີບ
19.ຕູ້ໃສ່ເຄື່ອງຫ້ອງປາດ ຈຳນວນ 1ຕູ້ 2.000.000 ກີບ
20. ຊຸດມີດຜ່າຕັດຄົບ ຈຳນວນ 2 ຊຸດ 2,700,000X2 = 5.400.000 ກີບ(2.650.000)
21. ຫູຟັງແພດ ຈຳນວນ 2ອັນ 400.000X2=800.000 ກີບ
22. ຜ້າປິດປາກແພດ ຈຳນວນ 10ກ່ອງ 25.000x10=250.000 ກີບ
23. ຖົງມືຜ່າຕັດ ຈຳນວນ 10ກ່ອງ 40.000x10=400.000 ກີບ
24. ເຂັມສັກຢາ ຈຳນວນ 10ກ່ອງ 35.000X10=350.000 ກີບ
25. ຫລອດສັກຢາ ຈຳນວນ 10ກ່ອງ 130.000x10=1.300.000 ກີບ
26. ຕຽງຫາມຄົນເຈັບ ຈຳນວນ 1ຕຽງ 4,300.000 ກີບ
27.ເຄື່ອງໃຊ້ໃນຫ້ອງຜ່າຕັດ 2.000.000 ກີບ

ການເຄື່ອນໄຫວ

ມອບເຄື່ອງໃຫ້ໂຮງໝໍ

10/09/2018

ໃນວັນທີ 06/09/2018 ຜູ້ປະສານງານໂຄງການໄດ້ນຳເອົາອຸປະກອນການແພດລົງມອບໃຫ້ໂຮງໝໍ ທີ່ເມືອງອານຸວົງ ແຂວງໄຊສົມບູນ

ຕາງໜ້າມອບ-ຮັບເງິນບໍລິຈາກຂອງສັງຄົມ ໃນໂຄງການລະດົມທຶນເພື່ອຊື້ອຸປະກອນການແພດ, ຕຽງ, ເຄື່ອງໃຊ້ຕ່າງໆ ໃຫ້ກັບໂຮງໝໍ 10 ຕຽງ ຈໍ 101 ບ້ານ ທ້ອງຖິ່ນ ເມືອງ ອານຸວົງ ແຂວງ ໄຊສົມບູນ

10/09/2018

ພິທີມອບ-ຮັບຈັດຂຶ້ນໃນວັນທີ 31/08/2018 ຕາງໜ້າຮັບໂດຍ ນາງ ທິດາລັດ ວົງສິລິ (ລູກນ້ຳ) ເຊິ່ງເປັນຜູ້ປະສານໂຄງການ. ຈຳນວນເງິນຊ່ວຍເຫຼືອທີ່ລະດົມໄດ້ຕົວຈິງແມ່ນ 43.579.083 ກີບ (ສີ່ສິບສາມລ້ານຫ້າແສນເຈັດສິບເກົ້າພັນແປດສິບສາມກີບ) ມີຜູ້ບໍລິຈາກທັງໝົດ 621 ຄັ້ງ