ເພື່ອເປັນການທຶນຊ່ວຍເຫຼືອໜ່ວຍງານກູ້ໄພສຸກເສີນ ອົງການກາແດງລາວສາຂາຫຼວງພະບາງ 071 1625 ເຂົ້າໃນການຈັດຊື້ອຸປະກອນກູ້ຊີບ ແລະ ສ້າງສະຖານທີ່ພັກອຳນວຍຄວາມສະດວກໃຫ້ກັບອາສາສະໝັກຂອງໜ່ວຍງານກູ້ໄພສຸກເສີນ ອົງການກາແດງລາວສາຂາຫຼວງພະບາງ ເຊິ່ງເປັນອົງການເປັນໜ່ວຍງານທີ່ໃຫ້ການຊ່ວຍເຫຼືອສັງຄົມ ບໍ່ວ່າຈະເປັນການຊ່ວຍເຫຼືອກູ້ຊີບປະຊາຊົນລາວທີ່ໄດ້ຮັບອຸປະຕິເຫດສຸກເສີນຕ່າງໆ ແລະ ຮັບການບໍລິຈາກເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນກໍຄືສັງຄົມລາວ. ໜ່ວຍກູ້ຊີບອົງການກາແດງລາວສາຂາຫຼວງພະບາງ ຮັບແຈ້ງອຸປະຕິເຫດສຸກເສີນ ຕະຫຼອດ 24 ຊົ່ວໂມງຜ່ານໝາຍເລກໂທລະສັບ 071 1625. ບໍລິຈາກມື້ນີ້ເພື່ອຊ່ວຍເຫຼືອສັງຄົມ ແລະ ເພື່ອນມະນຸດດ້ວຍກັນ.
- ຈັດຊື້ອຸປະກອນກູ້ໄພສຸກເສີນ 70.000.000,00 ກີບ
- ສ້ອມແປງ-ປັບປຸງອາຄານ ໜ່ວຍກູ້ໄພສຸກເສີນ 120.000.000,00 ກີບ
- ເຄື່ອງໃຊ້ອຳນວຍຄວາມສະດວກ 10.000.000,00 ກິບ
ລວມ: 200.000.000,00 ກີບ