ຂ້າພະເຈົ້າ ທ່ານ ນາງ ສຸພາວັນ ປະຖໍາມະວົງ ໃນນາມເຈົ້າຂອງໂຄງການ ແລະ ເປັນຜູ້ກໍ່ຕັ້ງ ມູນນິທິຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພ ນະຄອນຫຼວງວຽງຈັນ (1630) ນ, ເຊິ່ງມູນນິທິໄດ້ສ້າງຕັ້ງຂື້ນເມື່ອປີ 2018 ປະກອບມີທັງໜ່ວຍກູ້ຊີບກູ້ໄພ, ໃຫ້ການຊ່ວຍເຫຼືອຄົນເຈັບອານາຖາ,ຊ່ວຍເຫຼືອໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ແລະ ຊ່ວຍເຫຼືອໄພພິບັດອາສາສະໝັກກູ້ຊີບກູ້ໄພ ເຮັດວຽກຕະຫຼອດ 24 ຊົ່ວໂມງ, ພ້ອມປະກອບສ່ວນຊ່ວຍເຫຼືອສັງຄົມ ຮັບ-ສົ່ງຄົນເຈັບ, ສີດສະເປຂ້າເຊື້ອສູນກັກຕົວ ຊ່ວຍແບ່ງເບົາພາລະຊ່ວຍຄະນະສະເພາະກິດ, ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບໄພທັງທາງບົກ ແລະ ທາງນ້ຳ. ນອກຈາກນັ້ນ ຍັງມີກິດຈະກຳຊ່ວຍເຫຼືອພໍ່ແມ່ປະຊາຊົນ, ນ້ອງໆນັກຮຽນຜູ້ຢູ່ຫ່າງໄກສອກຫຼີກທີ່ຍັງຂາດເຂີນ.
ຈຸດປະສົງຂອງໂຄງການແມ່ນ ເພື່ອສົມທົບໃນການຈັດຊື້ອຸະກອນທີ່ຍັງຂາດເຂີນບໍ່ພຽງພໍຕໍ່ການຮັບໃຊ້ເຂົ້າໃນ ວຽກງານໜ່ວຍກູ້ຊີບ-ກຸູ້ໄພທາງບົກ ແລະ ທາງນ້ຳ, ອຸປະກອນສໍາລັບການຝຶກຝົນສໍາລັບອາສາ, ອຸປະກອນການແພດ, ອຸປະກອນຊ່ວຍຊີວິດຜູ້ປະສົບໄພ ເຊັ່ນ : ອຸປະກອນດາມຫຼັງ, ດາມຂາ, ອຸປະກອນຕັດງັດ, ເຮືອກູ້ຊີບ, ຊຸດດຳນໍ້າ ແລະ ອື່ນໆທີ່ມີຄວາມຈໍາເປັນ ທີ່ສາມາດຊ່ວຍຊີວິດຜູ້ຄົນເປັນຈຳນວນຫຼວງຫຼາຍ
ປັດຈຸບັນມູນນິທິຮ່ວມໃຈ 1630 ຍັງຕ້ອງການອຸປະກອນກູ້ຊີບ-ກູ້ໄພທາງບົກ ແລະ ທາງນ້ຳ,
ອຸປະກອນສຳລັບການຝຶກຝົນສຳລັບອາສາ, ອຸປະກອນການແພດ ແລະອື່ນໆ ທີ່ຈຳເປັນຢ່າງຍິ່ງ
ບໍ່ວ່າຈະເປັນ ອຸປະກອນຊ່ວຍຊີວິດຜູ້ປະສົບໄພ ເຊັ່ນ : ອຸປະກອນດາມຫຼັງ, ດາມຂາ, ອຸປະກອນຕັດງັດ,
ອຸປະກອນສຳລັບການກູ້ຊີບ-ກູ້ໄພທາງນໍ້າ : ເຮືອກູ້ຊີບ, ຊຸດດຳນຳ
ເຊິ່ງອຸປະກອນຕ່າງໆທີ່ເຕັມປ່ຽມໄປດ້ວຍປະສິດທິພາບເຫຼົ່ານີ້ຈະສາມາດຊ່ວຍຊີວິດຜູ້ຄົນເປັນຈຳນວນຫຼວງຫຼາຍ ແລະ ມີໄລຍະເວລາການໃຊ້ງານທີ່ຍາວນານ.