ມອບຮັບແລ້ວ
ລາຍລະອຽດໂຄງການ
ເນື່ອງຈາກລະດັບນໍ້າຂອງ ແລະ ລະດັບນໍ້າເຊບັ້ງໄຟ ທີ່ເພີ່ມຂຶ້ນຢ່າງໄວວາ ຍ້ອນສະພາບອາກາດ ທີ່ມີຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ລົມພາຍຸເຂດຮ້ອນ Son-Tinh ເຮັດໃຫ້ເກີດໄພພິບັດ ນໍ້າຖ້ວມ ຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ໄຫຼເຂົ້າສູ່ໄຮ່ນາຮົ້ວສວນ ແລະ ເຮືອນຊານຂອງປະຊາຊົນ ສ້າງຄວາມສູນເສຍ ຕໍ່ທີ່ຢູ່ອາໃສ, ພື້ນທີ່ປູກຝັງ, ສັດລ້ຽງລົ້ມຕາຍ, ໂຮງໝໍ, ສຸກສາລາ ໂຮງຮຽນ, ແຫຼ່ງນໍ້າກິນ ເຮັດໃຫ້ປະຊາຊົນຕ້ອງໄດ້ອົບພະຍົບອອກຈາກເຮືອນຊານຂອງຕົນເອງ.
ອີງຕາມຂໍ້ມູຈາກຫົວໜ້າຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ເຊີ່ງຂໍ້ມູນເບື້ອງຕົ້ນ ມີຜູ້ຖືກກະທົບທັງໝົດຈຳນວນ 328 ບ້ານ ( ບ້ານທີ່ນໍ້າຖ້ວມ 58 ບ້ານ ), ມີ 13.589 ຄອບຄົວ; ມີເນື້ອທີ່ນາປີຖືກນໍ້າຖ້ວມທັງໝົດ 26.270 ເຮັກຕາ, ນອກນັ້ນຍັງມີຄວາຍ, ງົວ ທີ່ຕາຍ 13 ໂຕ, ແບ້ຕາຍ 44 ໂຕ, ໝູຕາຍ 66 ໂຕ, ສັດປີກຕາຍ754 ໂຕ ແລະ ໜອງປາຖືກຖ້ວມ 21 ໜອງ, ເຊີ່ງປະຈຸບັນໄດ້ຍົກຍ້າຍປະຊາຊົນໄປຢູ່ເຂດປອດໄພແລ້ວ ຈໍານວນ 15 ບ້ານ.
ຄ່າໃຊ້ຈ່າຍພາຍໃນໂຄງການ
ປະຈຸບັນມີຄວາມຕ້ອງການດ່ວນຄື: ເຄື່ອງອຸປະໂພກ-ບໍລິໂພຂັ້ນພື້ນຖານ, ນໍ້າດື່ມ, ເຮືອຈັກ, ເສື້ອຊູຊິບ, ເຕັ້ນເປັນບ່ອນພັກເຊົາ ແລະ ສິ່ງຂອງຈຳເປັນຈຳນວນຫຼາຍ ພື້ນເປັນການຊ່ວຍເຫຼືອໃນເບື້ອງຕົ້ນ.

ການເຄື່ອນໄຫວ

ຕາງໜ້າມອບ-ຮັບເງິນບໍລິຈາກຂອງສັງຄົມ ໃນໂຄງການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄໍາມ່ວນ (Khammuan Province)

07/09/2018

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຕາງໜ້າໃຫ້ແກ່ຜູ້ໃຈບຸນທັງໝົດທີ່ໄດ້ຮ່ວມບໍລິຈາກເງິນຊ່ວຍເຫຼືອ ຜ່ານ BCEL OneHeart ມອບເງິນໃຫ້ກັບ ໂຄງການ “ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ” ຈຳນວນເງິນຊ່ວຍເຫຼືອທີ່ລະດົມໄດ້ຕົວຈິງແມ່ນ 46.103.000 ກີບ (ສີ່ສິບຫົກລ້ານໜຶ່ງແສນສາມພັນກີບຖ້ວນ) ມີຜູ້ໃຈບຸນບໍລິຈາກທັງໝົດ 368 ຄັ້ງ. ພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວໄດ້ຂຶ້ນຢູ່ທີ່ ຫ້ອງວ່າການປົກຄອງ ແຂວງຄຳມ່ວນ ໃນວັນທີ 23/08/2018 ຜ່ານມານີ້. ຕາງໜ້າໃຫ້ແກ່ຜູ້ບໍລິຈາກທັງໝົດມອບເງິນຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ລັດສະໝີ ດຳລົງບຸນ, ຫົວໜ້າ ທຄຕລ ສາຂາຄຳມ່ວນ ແລະ ຕາງໜ້າຮັບໂດຍ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ຫົວໜ້າຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ເຊິ່ງເປັນຜູ້ປະສານໂຄງການ. ເງິນບໍລິຈາກດັ່ງກ່າວນີ້ ໄດ້ນຳເອົາໄປຊື້ເຄື່ອງອຸປະໂພກ-ບໍລິໂພກ ປະເພດເຂົ້າສານຈຳນວນ7 ໂຕນ ແລະ ຢາປິ່ນປົວພະຍາດຈຳນວນໜຶ່ງ. ສຳລັບມື້ລົງມອບເຄື່ອງຕົວຈິງໃຫ້ບັນດາເມືອງ ທຄຕລ ຈະແຈ້ງວັນເວລາມອບເຄື່ອງ ພ້ອມທັງເຊີນຜູ້ບໍລິຈາກເຂົ້າຮ່ວມ ແລະ ຈະມີການອັບເດດຂໍ້ມູນແຈ້ງໃຫ້ສັງຄົມຮັບຊາບເປັນແຕ່ລະໄລຍະ. ພ້ອມດຽວກັນນັ້ນ, ຫ້ອງວ່າການແຂວງ ໃນນາມຜູ້ປະສານໂຄງການລະດົມທຶນຊ່ວຍເຫຼືອຜູ້ປະສົບໄພໃນຄັ້ງນີ້ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງສັງຄົມ, ໂດຍສະເພາະຜູ້ທີ່ບໍລິຈາກຜ່ານໂຄງການດັ່ງກ່າວອີກດ້ວຍ.