ໂຄງການ “ຮ່ວມບໍລິຈາກສົມທົບທຶນ ຊື້ຜ້າແພເພື່ອຜະລິດຖົງປຶ້ມ ແລະ ອຸປະກອນການຮຽນ ເພື່ອປະກອບໃນຖົງປື້ມມອບໃຫ້ເດັກດ້ອຍໂອກາດໃນຊຸມຊົນ ໃນກິດຈະກໍາ ຖົງການຮຽນຮູ້ ປີທີ 4 Bag for kid IV”
ເປັນກິດຈະກຳ ທີ່ຈັດຕັ້ງຂຶ້ນໂດຍ ສູນການສຶກສາ ແລະ ວັດທະນະທຳເດັກ ເພື່ອຕອບສະໜອງ ວຽກງານສົ່ງເສີມມການສຶກສາ ໃນການຈັດຫາອຸປະກອນການຮຽນໃຫ້ແກ່ເດັກທີ່ດ້ອຍໂອກາດໃນເຂດຫ່າງໄກ ໃນການຈັດຕັ້ງປະຕິບັດແມ່ນ ທາງ ສສວດຈະໄດ້ນຳພາໄວໝຸ່ມອາສາສະໝັກ ປຶກສາຫາລືກັນຄິດຄົ້ນ, ອອກແບບ ແລະ ຊ່ວຍກັນຜະລິດຖົງປຶ້ມ ເພື່ອໄປມອບໃຫ້ກັບເດັກທີ່ດ້ອຍໂອກາດໃນເຂດຫ່າງໄກ.
ເຊີ່ງກິດຈະກຳຄັ້ງນີ້ ໄດ້ຈັດຂຶ້ນ ເປັນປີທີ 4 ຂອງສູນການສຶກສາ ແລະ ວັດທະນະທຳເດັກ, ເພື່ອຜະລິດຖົງປຶ້ມມອບໃຫ້ນ້ອງໆນັກຮຽນທີ່ຍັງຂາດເຂີນອຸປະກອນການຮຽນ ຈຳນວນກວ່າ 1,080ນ້ອງ ລວມທັງໝົດມີ 1ແຂວງເປົ້າໝາຍ, 3ເມືອງ, 9 ໂຮງຮຽນ ແລະ ຜະລິດ ເຂົ້າກອງກາງ “ຖົງການຮຽນຮູ້ເພື່ອເດັກທຸກຄົນ” ຈຳນວນ 920 ຖົງ ເພື່ອໃຫ້ບັນດາແຂວງ ເມືອງ ຊຸມຊົນຕ່າງໆ ນອກເຂດເປົ້າໝາຍສາມາດ ປະກອບເອກະສານ ສົ່ງມາທີ່ ຜູ້ປະສານງານກິດຈະກຳ ເພື່ອຂໍການຊ່ວຍເຫຼືອ ນຳໂຄງການໄດ້ ເພື່ອເປັນການຕ້ອນຮັບເປີດສົກຮຽນໃໝ່ 2021-2022 ທີ່ຈະມາເຖິງນີ້.
ແຂວງເປົ້າໝາຍ:
ແຂວງໄຊຍະບູລີ: ເມືອງ ຫົງສາ, ເມືອງ ຄອບ, ເມືອງ ຊຽງຮ່ອນ (9ໂຮງຮຽນ)
ໂຄງການລະດົມທຶນຜ່ານ ລະບົບ BCEL One Heart ນີ້ ທຄຕລ ແມ່ນຊ່ວຍອຳນວຍຄວາມສະດວກດ້ານລະບົບຊ່ອງທາງໃນການລະດົມທຶນຈາກສັງຄົມເທົ່ານັ້ນ, ການປະຕິບັດການນຳໃຊ້ເງີນຕົວຈິງທີ່ໄດ້ຮັບຈາກການຮ່ວມບໍລິຈາກຂອງສັງຄົມ ແມ່ນຢູ່ໃນຄວາມຮັບຜິດຊອບຂອງ ສູນການສຶກສາ ແລະ ວັດທະນະທຳເດັກ (ເຈົ້າຂອງໂຄງການ) ທັງໝົດ, ເຊິ່ງເຈົ້າຂອງໂຄງການຈະນຳໃຊ້ເງີນ ເຂົ້າໃນການຊື້ຜ້າແພເພື່ອຜະລິດຖົງປຶ້ມ ແລະ ອຸປະກອນການຮຽນມອບໃຫ້ເດັກດ້ອຍໂອກາດໃນຊຸມຊົນ ຕາມຈຸດປະສົງທີ່ໄດ້ກ່າວມາຂ້າງເທິງ ພ້ອມຮັບຜິດຊອບໃນການລາຍງານມາຍັງ ທຄຕລ ເພື່ອແຈ້ງໃຫ້ແກ່ສັງຄົມຮັບຊາບເປັນແຕ່ລະໄລຍະ ຜ່ານຫ້ອງໜ້າຂາວໃນລະບົບ BCEL One Heart ແລະ ຊ່ອງທາງສື່ອື່ນໆຂອງ ທຄຕລ.
ຜູ້ບໍລິຈາກສາມາດສຶກສາລາຍລະອຽດ ຫຼື ສອບຖາມຂໍ້ມູນເພີ່ມຕື່ມໂດຍກົງກັບເຈົ້າຂອງໂຄງການກ່ອນບໍລິຈາກໄດ້ ທີ່ເບີ: 021 566005
ງົບປະມານຄ່າໃຊ້ຈ່າຍທັງໝົດແມ່ນ: 44,907,000 ກີບ (ສີ່ສິບສີ່ລ້ານເກົ້າແສນເຈັດພັນກີບ) ໃນນັ້ນປະກອບດ້ວຍ:
ຊື້ຜ້າແພຫຍິບຖົງ ຈຳນວນ 500 ແມັດ x 15,000 ກີບ = 7,500,000 ກີບ (ສາມາດຫຍິບຖົງໄດ້ 2,000ຖົງ ສຳລັບເດັກດ້ອຍໂອກາດ 2,000ນ້ອງ)
ຊື້ເຊືອກ(ເພື່ອເປັນສາຍຖົງ) ຈຳນວນ 37 ກິໂລ x 83,000 ກີບ = 3,071,000 ກີບ
ກໍ້ດ້າຍ ຈຳນວນ 50ກໍ້ x 8,000 ກີບ = 400,000 ກີບ
ສະກິນໂລໂກ້ໂຄງການ ແລະ ສື່ການຮຽນໃສ່ໜ້າຖົງ ຈຳນວນ 1080 ຜືນ x 5,000 ກີບ = 5,400,000 ກີບ (ສະກີນໃສ່ຖົງການຮຽນຮູ້ 1080ຖົງ ອີກ920ຖົງ ອາສາສະໝັກຈະເປັນຄົນແຕ້ມ)
ໄມ້ແປງແຕ້ມຖົງ ຈຳນວນ 30ຊຸດ x 40,000 ກີບ = 1,200,000 ກີບ (ອຸປະກອນແຕ້ມຖົງເຂົ້າກອງກາງ)
ແມ່ສີແຕ້ມຖົງ (ດຳ/ ແດງ/ຟ້າ / ເຫຼືອງ / ຂາວ) ຈຳນວນ 3ຊຸດ x 400,000 ກີບ = 1,200,000 ກີບ (ອຸປະກອນແຕ້ມຖົງເຂົ້າກອງກາງ)
ປຶ້ມຂຽນມອບໃຫ້ເດັກ 1080ຄົນ ຈຳນວນ 108ມັດ x 82,000 ກີບ = 8,856,000 ກີບ (1ຄົນ ໄດ້5ຫົວ)
ອູປະກອນເຄື່ອງຂຽນ (ບິກ, ສໍດຳ,ໄມ້ບັນທັດ,ຢ່າງລຶບ) ຈຳນວນ 1080ຊຸດ x 16,000 ກີບ = 17,280,000 ກີບ