ມອບຮັບແລ້ວ
ລາຍລະອຽດໂຄງການ

ໂຄງການຄົນລາວບໍ່ຖິ້ມກັນ ສານຝັນສົມທົບທຶນສ້າງອາຄານຮຽນໃຫມ່ໃຫ້ນ້ອງ ໂຮງຮຽນປະຖົມບ້ານທອຍ ເມືອງຍົມມະລາດແຂວງຄໍາມ່ວນ ນີ້ ແມ່ນຖືວ່າເປັນປີທີ 2 ແລ້ວທີ່ຂ້າພະເຈົ້າທີ່ຊ່ວຍລະດົມທຶນສ້າງໂຮງຮຽນ ເຊິ່ງກ່ອນໜ້ານີ້ປີ 2023 ໄດ້ສ້າງໂຮງຮຽນອີກຫລັງໜຶ່ງທີ່ໂຮງຮຽນປະຖົມກວນພັນ ເມືອງຍົມມະລາດ ແຂວງຄຳມ່ວນ ເຊິ່ງປີນີ້ ໂຄງການຄົນລາວບໍ່ຖິ້ມກັນ ໄດ້ມີໂອກາດມາສ້າງທີ່ໂຮງຮຽນປະຖົມບ້ານທອຍ ເມືອງຍົມມະລາດ ແຂວງຄຳມ່ວນ.

ໂຮງຮຽນປະຖົມບ້ານທອຍ ແມ່ນຖືວ່າເປັນໂຮງຮຽນໜຶ່ງທີ່ໜ້າເຫັນໃຈນ້ອງນັກຮຽນທີ່ສຸດ ເນື່ອງຈາກອາຄານທີ່ຊຸດໂຊມ ບວກກັບສະພາບທີ່ຕັ້ງທີ່ຕັ້ງຢູ່ຕີນພູ ສົ່ງຜົນກະທົບໂດຍກົງຕໍ່ການຮ່ຳຮຽນຂອງນ້ອງໆ ເນື່ອງຈາກແດດ ລົມ ຝົນ ແລະສັດທີ່ເຂົ້າມາຂີ້ໃສ່ ສ້າງຄວາມລຳບາກສຸດໆ ກ່ອນຈະໄດ້ຮ່ຳຮຽນແຕ່ລະຄັ້ງ.

ໂຮງຮຽນປະຖົມບ້ານທອຍ ຕັ້ງຢູ່ຫ່າງຈາກຕົວເມືອງທ່າແຂກ ປະມານ 65 ກິໂລແມັດ ຫ່າງຈາກຕົວເມືອງຍົມມະລາດ 15 ກິໂລແມັດ ແລະເຂົ້າໄປໃນບ້ານອີກ ປະມານ 6 ກິໂລແມັດ ລຽບຕາມສາຍພູ ແລະທີ່ຕັ້ງໂຮງຮຽນແມ່ນຕິດກັບຕີນພູໂດຍກົງ.

ສະພາບໂດຍລວມ ມີນ້ອງນັກຮຽນທັງຫມົດ 65 ນ້ອງ ຍິງ 30 ນ້ອງ ຄູ 2 ທ່ານ. ຈຳນວນຫ້ອງແມ່ນມີ 3 ຫ້ອງ ແຕ່ ປໍ 1 - ປໍ 5 ແຕ່ເປັນຫ້ອງຄວບ ການຮຽນແມ່ນປິ່ນໜ້າປິ່ນຫລັງໃສ່ກັນ ແບບບໍ່ມີຝາຂັ້ນ ເຊິ່ງຂ້ອນຂ້າງລຳບາກໃນການຮ່ຳຮຽນ ລວມເຖິງການສອນຂອງນາຍຄູ. ນອກຈາກນັ້ນໂຮງຮຽນຍັງຂາດເຂີນຫ້ອງນ້ຳ ແລະນ້ຳໃຊ້ ( ໃຊ້ນ້ຳບາດານແບບສູບເອົາ ແບບສະໄຫມກ່ອນ).

ດັ່ງນັ້ນທາງໂຄງການ " ຄົນລາວບໍ່ຖິ້ມກັນ " ຈຶ່ງຢາກເຊີນຊວນຄົນລາວດ້ວຍກັນ ທັງພາຍໃນແລະຕ່າງປະເທດລະດົມນ້ຳໃຈ ຕາມຄວາມເມດຕາຂອງທ່ານເພື່ອເປັນພະລັງໃນການຊ່ວຍເຫລືອນ້ອງໆ ກໍຄືເພື່ອນມະນຸດ ທີ່ເປັນໜໍ່ແໜງເປັນກຳລັງຂອງຊາດເຮົາ ເພື່ອຊ່ວຍກັນສານຝັນໃຫ້ພວກເຂົາໄດ້ມີໂອກາດ ໄດ້ຮັບການສຶກສາທີ່ດີ ເພື່ອກ່າວຂຶ້ນໄປເປັນກຳລັງຫລັກໃນການພັດທະນາປະເທດຊາດຕໍ່ໄປໃນອະນາຄົດ.

ລາຍລະອຽດໃນການກໍ່ສ້າງ ແມ່ນຂ້າພະເຈົ້າໄດ້ປະສານກັບອໍານາດການປົກຄອງບ້ານທອຍ ແລະໄດ້ແບ່ງໜ້າທີ່ຄວາມຮັບຜິດຊອບກັນຄື :

• ຂ້າພະເຈົ້າ ເຈົ້າຂອງໂຄງການຈະຊີ້ນຳລວມ ວຽກງານວາງແຜນການກໍ່ສ້າງ ການບໍລິຫານບັນຊີການເງິນແລະການຊອກແຫຼ່ງທຶນຊື້ວັດສະດຸ ແຕ່ລະໄລຍະ.

• ທາງບ້ານຈະປະກອບສ່ວນເຫື່ອແຮງ ແລະອຳນວຍຄວາມສະດວກດ້ານແຮງງານ ໃນການກໍ່ສ້າງແຕ່ລະໄລຍະ ຈົນກວ່າຈະສຳເລັດ ( ບໍ່ໄດ້ຈ້າງແຮງງານກຳມະກອນ).

ຄ່າໃຊ້ຈ່າຍພາຍໃນໂຄງການ

ລາຍລະອຽດຄ່າໃຊ້ຈ່າຍໃນການບໍລິຫານໂຄງການ ( ປັບປຸງສ້ອມແປງອາຄານຮຽນຫລັງໃໝ່ ແລະຫ້ອງນ້ຳ ) ມີດັ່ງນີ້:

  • ຄ່າວັດສະດຸຫລັກ ເຊັ່ນ: ປູນ,ແຮ່,ຊາຍ,ວົງກົບ,ບານປະຕູ,ເຫຼັກເສັ້ນ,ຊ່ອງລົມ,ສີທາອາຄານ ແລະອື່ນໆ ຕົກຢູ່ປະມານ 70.000.000 ກີບ

  • ຄ່າວັດສະດຸສຳຮອງເຊັ່ນ : ລໍ້,ຄຸ,ກຽງ,ສະຫວ່າງ,ຊວ້ານ,ໄມ້ຕີແບບ ໆລໆ ຕົກຢູ່ປະມານ 5.773.000 ກີບ. ືືືືືືືືືືືືືືືືືືືືືືືືືືືືືືືືືືືືືື ືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືືື

  • ວຽກຫ້ອງນ້ຳ : ມີຄ່າທໍ່ນ້ຳ,ທໍ່ PVC , ເສົ້າ,ຫລັງຄາ,ວົງກົບ,ບານປະຕູ,ຫົວສ້ວມ ໆລໆ ຕົກຢູ່ປະມານ 32.640.000 ກີບ

  • ວຽກເຟີນິເຈີ : ຈັດຊື້ໂຕະຄູ,ໂຕະນັກຮຽນ,ຕັ່ງ,ກະດານໃຫມ່ ມູນຄ່າປະມານ 61.500.000 ກີບ.

  • ສ່ວນຄ່າບໍລິຫານ ກິນຢູ່ພັກເຊົາ ເດີນທາງ ທັງສ່ວນໂຕແລະຂອງທາງບ້ານ ແມ່ນທາງໂຄງການຈະຮັບຜິດຊອບ.