ໂຮງຮຽນມັດທະຍົມຕອນປາຍບໍ່ໂອ ເປັນໂຮງຮຽນລັດແຫ່ງໜຶ່ງ ທີ່ຕັ້ງຢູ່ ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ສ້າງຕັ້ງຂື້ນວັນທີ 11 ພະຈິກ 1987, ປະກອບມີອາຄານທັງໝົດ 4 ຫຼັງ ດຳເນີນ ການຮຽນ-ການສອນ ຕາມຫຼັກສູດຂອງກະຊວງສຶກສາວາງອອກ ພາຍໃຕ້ການຊີ້ນຳ ນຳພາ ຕາມແຜນພັດທະນາການສຶກສາຂອງພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ກໍຄືຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ.
ປະຈຸບັນນີ້ໂຮງຮຽນດັ່ງກ່າວກໍຄົບຮອບ 39 ປີ. ຕຶກ, ອາຄານຮຽນແຕ່ລະຕຶກກໍຖືວ່າມີອາຍຸການນໍາໃຊ້ທີ່ດົນພໍສົມຄວນແລະເລີ່ມມີການຊຸດໂຊມໂດຍສະເພາະແມ່ນໂຄງຫຼັງຄາຂອງໂຮງຮຽນທີ່ເປັນໄມ້ເປ່ເພຫຼາຍຍ້ອນປວກກິນບໍ່ສາມາດຢູ່ໄດ້ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງປ່ຽນໂຄງຫຼັງຄາໄປເປັນໂຄງເຫຼັກ. ເຊິ່ງໃນການປ່ຽນໂຄງຫຼັງຄາໃນຄັ້ງນີ້ແມ່ນນຳໃຊ້ງົບປະມານທີ່ຫຼາຍພໍສົມຄວນແລະໃນໄລຍະທີ່ຜ່ານມາທາງໂຮງຮຽນພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານແລະຫ້ອງການສຶກສາທິການແລະກິລາເມືອງຫາດຊາຍຟອງກໍໄດ້ພະຍາຍາມລະດົມທຶນຈາກພໍ່ແມ່ປະຊາຊົນພາຍໃນບ້ານແລະຈາກພາກສ່ວນຕ່າງໆແຕ່ກໍຍັງບໍ່ພຽງພໍທີ່ຈະລົງມືສ້ອມແປງໄດ້ເທື່ອ. ເພື່ອໃຫ້ໂຄງການສ້ອມແປງໂຄງຫຼັງຄາສາມາດດຳເນີນການໄດ້ແມ່ນຍັງຕ້ອງການທຶນຊ່ວຍເຫຼືອຈຳນວນ117,105,000ກີບ(ໜຶ່ງຮ້ອຍສິບເຈັດລ້ານໜຶ່ງແສນຫ້າພັນກີບຖ້ວນ)ເຊີ່ງງົບປະມານດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຊື້ເຫຼັກ,ສັງກະສີ, ແຜ່ນລຽບສະມາດບອດ, ໄມ້ເຊີລ້າ, ທູບຈອດ…ເນື່ອງຈາກງົບປະມານສ່ວນໃຫຍ່ກໍແມ່ນໄດ້ມາຈາກການລະດົມທຶນຈາກພາກສ່ວນຕ່າງໆ. ດັ່ງນັ້ນ, ການລະດົມທຶນຜ່ານຊ່ອງທາງຕ່າງໆຈຶ່ງເປັນວຽກງານໜຶ່ງທີ່ມີຄວາມຈຳເປັນແກ່ໂຮງຮຽນດັ່ງກ່າວທີ່ຕ້ອງໄດ້ຈັດຕັ້ງປະຕິບັດຢ່າງເປັນປະຈຳ.
ຈຳນວນເງິນທີ່ຄາດຄະເນໄວ້ແມ່ນຈະນຳໄປໃຊ້ດັ່ງນີ້
1. ເຫຼັກ ໂອ100 ຈຳນວນ 45ເສັ້ນ ມູນຄ່າ 16,200,000ກີບ
2. ເຫຼັກ ໂອ75 ຈຳນວນ 35ເສັ້ນ ມູນຄ່າ 4,900,000ກີບ
3. ເຫຼັກ ໂອ25 ຈຳນວນ 55ເສັ້ນ ມູນຄ່າ 4,950,000ກີບ
4. ສັງກະສີ ຈຳນວນ 140ແຜ່ນ ມູນຄ່າ 9,100,000ກີບ
5. ອຸປະກອນຕ່າງໆ ມູນຄ່າ 5,155,000ກີບ
6. ຄ່າຊ່າງ ມ້າງ ແລະ ສ້ອມແປງຄືນ ມູນຄ່າ 76,800,000ກີບ